ທ່ານ​ນາງ​ຮອງປະ​ທານ​ປະ​ເທດ ຫວຽດ​ນາມ ຫວ​ໍ​ທິ​ແອັງ​ຊວັນ ​ໄປ​ຢ້ຽມ​ຢາມ ແລະ ຖະ​ຫວາຍ​ທູບ​ທຽນ​ຢູ່ເຂດ​ອະ​ນຸ​ສອນ​ສະ​ຖານ ປະ​ທານ​ໂຮ່​ຈີ​ມິນ

(VOVWORLD) -ພວກເຮົາຈົ່ງສືບຕໍ່ຄົ້ນຄວ້າວິທະຍາສາດເຕັກນິກໃໝ່, ແບບວິທີທີ່ທັນສະໄໝ, ແລ້ວຮ່ວມມືກັບສາກົນໃນການອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳ ນັບທັງມໍລະດົກທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸ.
ທ່ານ​ນາງ​ຮອງປະ​ທານ​ປະ​ເທດ ຫວຽດ​ນາມ ຫວ​ໍ​ທິ​ແອັງ​ຊວັນ ​ໄປ​ຢ້ຽມ​ຢາມ ແລະ ຖະ​ຫວາຍ​ທູບ​ທຽນ​ຢູ່ເຂດ​ອະ​ນຸ​ສອນ​ສະ​ຖານ ປະ​ທານ​ໂຮ່​ຈີ​ມິນ - ảnh 1ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄປຢ້ຽມຢາມ ແລະ ຖະຫວາຍທູບທຽນຢູ່ເຂດອະນຸສອນສະຖານ ປະທານໂຮ່ຈີມິນ (ພາບ: TTXVN)

ຕອນເຊົ້າວັນທີ 3 ສິງຫາ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ໄປຢ້ຽມຢາມ ແລະ ຖະຫວາຍທູບທຽນຢູ່ເຂດອະນຸສອນສະຖານ ປະທານໂຮ່ຈີມິນ ຢູ່ຖະໜົນມາຍທຸກລວານ, ຕາແສງທ້ວນລົກ, ນະຄອນເຫ້ວ, ແຂວງເທື່ອທຽນ ເຫ້ວ. ນີ້ແມ່ນບ່ອນສ້າງຂີດໝາຍໃນຄາວເຍົາໄວຂອງເພິ່ນ ແລະ ແມ່ນບ່ອນປະກອບສ່ວນລ້ຽງດູ, ຝຶກຝົນຫໍ່ຫຼອມແລະ ສ້າງແນວຄິດຮັກຊາດ, ຮັກແພງປະຊາຊົນຂອງປະທານໂຮ່ຈີມິນ ໃນເບື້ອງຕົ້ນ.

ແລະກໍ່ໃນວັນທີ 2 ສິງຫາ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອ໊ງຊວັນ ໄດ້ໄປຢ້ຽມຢາມ ແລະ ສຳຫຼວດວຽກງານບູລະນະປະຕິສັງຂອນອະນຸລັກຮັກສາຮ່ອງຮອຍປະຫວັດສາດຢູ່ ພະລາຊະວັງ ເຫວ້. ນະທີ່ນີ້, ທ່ານນາງຮອງປະທານປະເທດ ຫວັງວ່າ ສູນອານຸລັກຮ່ອງຮອຍປະຫວັດສາດ ກຸງເກົ່າເຫວ້ ຈະເອົາໃຈໃສ່ພັດທະນາແຫຼ່ງຊັບພະຍາກອນມະນຸດ, ບຳລຸງສ້າງສິລະປະການ, ສິລະປິນ, ເພາະວ່າ ເຂົາເຈົ້າເປັນບຸກຄົນທີ່ອະນຸລັກຮັກສາບັນດາຮູບແບບມໍລະດົກວັດທະນະທຳໂດຍກົງ, ພິເສດແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ. ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອ໊ງຊວັນ ສະເໜີໃຫ້ການນຳແຂວງ ເທື່ອທຽນເຫວ້ ເອົາໃຈໃສ່ໝູນໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນວຽກງານອະນຸລັກຮັກສາຮ່ອງຮອຍປະຫວັດສາດ.

        “ພວກເຮົາຈົ່ງສືບຕໍ່ຄົ້ນຄວ້າວິທະຍາສາດເຕັກນິກໃໝ່, ແບບວິທີທີ່ທັນສະໄໝ, ແລ້ວຮ່ວມມືກັບສາກົນໃນການອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳ ນັບທັງມໍລະດົກທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸ.”


ຕອບກັບ

ຂ່າວ/ບົດ​ອື່ນ