ທ່ານນາງຮອງປະທານປະເທດມອບບັນດານາມມະຍົດອັນສູງສົ່ງໃຫ້ໝູ່ຄະນະ, ຄົນງານຂະແໜງຖ່ານຫີນ, ຊັບພະຍາກອນໂລຫະ

ທ່ານນາງຮອງປະທານປະເທດມອບບັນດານາມມະຍົດອັນສູງສົ່ງໃຫ້ໝູ່ຄະນະ, ຄົນງານຂະແໜງຖ່ານຫີນ, ຊັບພະຍາກອນໂລຫະ - ảnh 1
ພິທີ​ຍ້ອງຍໍ​ບັນດາ​ແບບຢ່າງ​ດີ​ເດັ່ນ ​
(ພາບ: tienphong.vn)

(vovworld) - ວັນ​ທີ 12/04, ຢູ່​ຮ່າ​ໂນ​້ຍ, ກຸ່ມ​ບໍລິສັດ​ອຸສາ​ຫະກຳ​ຖ່ານ​ຫີນ - ຊັບພະຍາກອນ​ໂລຫະຫວຽດນາມ (Vinacomin) ​ໄດ້​ຈັດ​ພິທີ​ຍ້ອງຍໍ​ບັນດາ​ແບບຢ່າງ​ດີ​ເດັ່ນ ​ແລະ ສະຫຼຸບ​ວຽກ​ງານ​ແຂ່ງຂັນ - ຍ້ອງຍໍ​ປີ 2013, ປຸກລະດົມ​ຂະ​ບວນການ​ອອກ​ແຮງ​ງານ, ປະຕິບັດ​ວິ​ໄລ, ຮ່ວມ​ແຮງ​ຮ່ວມ​ໃຈ, ສຳ​ເລດ​​ແຜນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ປີ 2014. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​​ໄດ້​ເຂົ້າ​ຮ່ວມ ​ແລະ ມອບ​ບັນດາ​ນາມມະຍົດ​ອັນ​ສູງ​ສົ່ງ​ໃຫ້​ໝູ່​ຄະນະ, ຄົນ​ງານ​ຂະ​ແໜງ​ຖ່ານ​ຫີນ, ຊັບພະຍາກອນ​ໂລຫະ.

        ປີ 2013, Vinacomin ​ຜະລິດ​ຖ່ານ​ຫີນ​ດິບ​ໄດ້​ກວ່າ 42 ລ້ານ​ໂ​ຕນ; ປະລິມານ​ຖ່ານ​ຫີນ​ສະອາດ​ບັນລຸເກືອບ 40 ​ໂຕນ. ການ​ສົ່ງ​ອອກ​ທັງ​ປີ 2013 ບັນລຸ 12 ລ້ານ​ໂຕນ ​ແລະຈຳໜ່າຍພາຍ​ໃນ​ປະ​ເທດໄດ້​ກວ່າ 27 ລ້ານ​ຕົນ, ​ໄດ້​ປະກອບ​ເງິນ​ເຂົ້າ​ງົບ​ປະທານ 12.700 ຕື້​ດົງ.

ຂ່າວ/ບົດ​ອື່ນ