ທ່ານນາງຮອງປະທານປະເທດຫວຽດນາມເຂົ້າຮ່ວມພິທີສະເຫລີມສະຫລອງ50ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລປ່າໄມ້

ທ່ານນາງຮອງປະທານປະເທດຫວຽດນາມເຂົ້າຮ່ວມພິທີສະເຫລີມສະຫລອງ50ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລປ່າໄມ້ - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ຫງວຽນ​ທິຢ​ວານ
ມອບ​ຫລຽນ​ໄຊ​ເອ​ກະ​ລາດ​ໃຫ້​ແກ່​ຜູ້​ຕາງ​ຫນ້າ​ໂຮງ​ຮຽນ
ພາບ:citinew.net

(vovworld)-​​ ວັນ​ທີ 16/11, ເມື່ອ​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫລີມ​ສະ​ຫລອງ 50 ປ​ີ​ແຫ່ງວັນ​ສ້າງ​ຕັ້ງ ແລະ​ຮັບ​ຫລຽນ​ໄຊ​ເອ​ກະ​ລາດ​ຊັ້ນ​ຫນຶ່ງ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ປ່າ​ໄມ້, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ຍ້ອງຍ​ໍ​ສັນ​ລະ​ເສີນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ໂຮງ​ຮຽນ​ໃນ 50 ປີ​ຜ່ານ​ມາ, ບໍ່​ພຽງ​ແຕ່​ບຳ​ລຸງ​ສ້າງ​ປະ​ລິ​ຍາ​ເອກ, ປະ​ລິ​ຍາ​ຕີ ນັບ​ພັນ​ຄົນ​, ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ຂະ​ແຫນງ​ປ່າ​ໄມ້​ຫວຽດ​ນາມ ແລະ ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ເຂດ​ຊົນ​ນະ​ບົດ, ເຂດ​ພູ​ດອຍເທົ່າ​ນັ້ນ ຫາກ​ຍັງ​ບຳ​ລຸງ​ສ້າງ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ນັບ​ຮ້ອຍ​ໆ​ຄົນ​ອີກ​ດ້ວຍ. ເນື່ອງ​ໃນ​ໂອ​ກາດນີ້ ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ໄດ້​ມອບ​ຫລຽນ​ໄຊ​ເອ​ກະ​ລາດ​ຊັ້ນ​ຫນຶ່ງ​ໃຫ້​ແກ່​ມະ​ຫາ​ວິ​ທະ​ຍາ​ໄລ​ປ່າ​ໄມ້.

 

 

 

ຂ່າວ/ບົດ​ອື່ນ