ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ພົບປະກັບຜູ້ມີສິດເລືອກຕັ້ງແຂວງ ເຊີນລາ

(VOVWORLD) - ວັນທີ 21 ມິຖຸນາ, ທ່ານນາງ ຕ່ອງທິຟ໋ອງ ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດແຂວງ ເຊີນລາ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ເວິນໂຮ່, ແຂວງ ເຊີນລາ.
ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ພົບປະກັບຜູ້ມີສິດເລືອກຕັ້ງແຂວງ ເຊີນລາ - ảnh 1 ທ່ານນາງ ຕ່ອງທິຟ໋ອງ ພົບປະກັບຜູ້ມີສິດເລືອກຕັ້ງແຂວງ ເຊີນລາ (ພາບ: .baosonla.org.vn)

ກ່າວຄຳເຫັນນະທີ່ນີ້, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ແກ້ຕອບບາງຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ; ພ້ອມທັງ ຮັບເອົາຄຳສະເໜີຂອງຜູ້ມີສິດເລືອກຕັ້ງ ແລະ ມອບໃຫ້ຄະນະສະມາຊິກສະພາແຫ່ງຊາດແຂວງ ເຊີນລາ ຈຳແນກປະເພດຂໍ້ສະເໜີ ເພື່ອສົ່ງໃຫ້ບັນດາອົງການທີ່ມີສິດອຳນາດພິຈາລະນາ, ແກ້ໄຂ. ສຳລັບກົດໝາຍວ່າດ້ວຍຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ໃຫ້ຮູ້ວ່າ: ເລື່ອງ ຫວຽດນາມ ສ້າງ, ປະກາດໃຊ້ກົດໝາຍວ່າດ້ວຍຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ແມ່ນຖືກຕ້ອງ ແລະ ຈຳເປັນ ເພື່ອປ້ອງກັນ, ສະກັດກັ້ນໄພນາບຂູ່ຈາກອິນເຕີແນັດ ແລະ ປົກປ້ອງອະທິປະໄຕ, ຜົນປະໂຫຍດ, ຄວາມສະຫງົບປອດໄພແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ຮັບປະກັນສິດ, ຜົນປະໂຫຍດຖືກຕ້ອງຕາມກົດໝາຍຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນ.

        ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ແລະ ການນຳແຂວງ ເຊີນລາ ໄດ້ມອບຂອງຂວັນໃຫ້ 10 ຄອບຄົວນະໂຍບາຍໃນບໍລິເວນເມືອງ ເວິນໂຮ່.

ຕອບກັບ

ຂ່າວ/ບົດ​ອື່ນ