ທ່ານນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບປະທານອົງການ New 7 Wonders

ທ່ານນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບປະທານອົງການ New 7 Wonders - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​
​ຕ້ອນຮັບ​ທ່ານ Beranrd Weberຜູ້​​ສ້າງຕັ້ງ​ອົງການ New 7 Wonders
( ພາບ: chinhphu.vn )


( vovworld ) –   ຕອນ​ບ່າຍ​ວັນ​ທີ 27/4, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Beranrd Weber, ປະທານ, ຜູ້​​ສ້າງຕັ້ງ​ອົງການ New 7 Wonders, ​ເນື່ອງ​ໃນ​ໂອກາດ​ທ່ານ Beranrd Weber ມາ​ຫວຽດນາມ ​​ເພື່ອເຂົ້າ​ຮ່ວມ​ພິທີ​ມອບ​ນາມມະຍົດ​ສິ່ງ​ມະຫັດສະຈັນ​ທຳ​ມະ​ຊາດ​​ໃໝ່ຂອງ​ໂລກ​ໃຫ້​​ແກ່ອ່າວ Ha Long. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຕີ​ລາຄາ​ສູງ​ແນວ​ຄວາມ​ຄິດຂ​ອງທ່ານ Beranrd Weber ທີ່​ໄດ້​ປຸກລະດົມ​ບັ້ນ​​ເຄື່ອນ​ໄຫວ​ທົ່ວ​ໂລກ​ເລືອກ​​ເຟັ້ນ​ບັນດາ​ສິ່ງ​ມະຫັດສະຈັນ​ທຳ​ມະ​ຊາດ​ໃໝ່​ຂອງ​ໂລກ. ທ່ານ​ນາຍົກລັດຖະມົນຕີ​ໄດ້ຂອບອົກ​ຂອບ​ໃຈ​ປະຊາຊົນຢູ່​ພາຍ​ໃນ​ປະ​ເທດກໍ​ຄື​ເພື່ອນ​ມິດສາ​ກົນ​ທີ່​ໄດ້​ໃຫ້ການ​ສະໜັບສະໜູນ ​ແລະ ​ເຂົ້າ​ຮ່ວມ​ການ​ເລືອກ​​ເຟັ້ນ​​ອ່າວ Ha Long ​ໃຫ້ກາຍ​ເປັນ​ໜື່ງ​ໃນ​ບັນດາ​ມະຫັດສະຈັນ​ທຳ​ມະ​ຊາດ​​ໃໝ່ 7 ​ແຫ່ງ​ຂອງ​ໂລກ ​ແລະ ປາດ​ຖະໜາ​ວ່າ New 7 Wonders ສືບ​ຕໍ່​ສະໜັບສະໜູນ​ຫວຽດນາມ ​ໃນ​ບັນດາ​ບັ້ນ​​ເຄື່ອນ​ໄຫວ ​ແລະ ​ໂຄງການ​ທົ່ວ​ໂລກ​ຂອງ​ຕົນ, ພິ​ເສດ​ແມ່ນ​ບັນດາບັ້ນ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ໂຄສະນາ​ການທ່ອງທ່ຽວ ​ເພື່ອ​ແນ​ໃສ່​ດຶງ​ດູດບັນດາ​ເພື່ອນ​ມິດ​ສາກົນມາ​ຢ້ຽມຢາມ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ​ໄດ້​ຢືນຢັນ​ວ່າ, ຫວຽດນາມ​ ​ໄດ້ກຽມພ້ອມການ​ຮ່ວມ​ມື​ກັບ New 7 Wonders ​ໃນ​ການ​ເຊື່ອນ​ຕໍ່ສິ່ງມະຫັດສະຈັນ​ທຳ​ມະ​ຊາດ​​ໃໝ່ 7 ​ແຫ່ງ​ຂອງ​ໂລກ ກໍ​ຄື​ບັນດາທິວ​ທັດ​ທຳ​ມະ​ຊາດ​ໃນ​ທົ່ວ​ໂລກ, ພ້ອມ​ກັນ​ມານະ​ພະຍາຍ​ນາມ​ກໍ່ສ້າງ​ໂລກ​ໜື່ງ​ແຫ່ງ​ສັນຕິພາບ, ຮ່ວມ​ມື, ມິດຕະພາບ ​ແລະ ພັດທະນາ…

ຂ່າວ/ບົດ​ອື່ນ