ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: 2024 ແມ່ນມີເພີ່ມຄວາມວ່ອງໄວເພື່ອຜັນຂະຫຍາຍບັນດາກິດຈະກຳ, ໂຄງການຄົມມະນາຄົມ

(VOVWORLD) - ທ່ານນາຍົກລັດຖະມົນຕີເຊື່ອໝັ້ນວ່າ, ປີ 2024, ບັນດາສະມາຊິກໃນຄະນະຊີ້ນຳ, ກະຊວງ, ຂະແໜງການ, ຄະນະຄຸ້ມຄອງໂຄງການ, ຜູ້ຮັບເໝົາ, ອອກແບບ, ຕິດຕາມ ຈະປະຕິບັດສຳເລັດໜ້າທີ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມເປັນຢ່າງດີ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: 2024 ແມ່ນມີເພີ່ມຄວາມວ່ອງໄວເພື່ອຜັນຂະຫຍາຍບັນດາກິດຈະກຳ, ໂຄງການຄົມມະນາຄົມ - ảnh 1(ກອງປະຊຸມໄດ້ຈັດຂຶ້ນແບບເຊິງໜ້າ ສົມທົບກັບທາງໄກ)

        ຕອນເຊົ້າວັນທີ 16 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງລັດບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ, ຈຸດສຸມຂະແໜງຄົມມະນາຄົມຂົນສົ່ງ, ເປັນປະທານກອງປະຊຸມຄັ້ງທີ 9 ຂອງຄະນະຊີ້ນຳ. ກອງປະຊຸມໄດ້ຈັດຂຶ້ນແບບເຊິງໜ້າ ສົມທົບກັບທາງໄກ, ຈາກສຳນັກງານລັດຖະບານ ເຊື່ອມຕໍ່ກັບ 46 ແຂວງ, ນະຄອນຂຶ້ນກັບສູນກາງ ທີ່ພວມມີບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ, ຈຸດສຸມຂອງຂະແໜງຄົມມະນາຄົມຂົນສົ່ງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ປີ 2024 ໄດ້ກຳນົດວ່າແມ່ນປີເພີ່ມຄວາມວ່ອງໄວປະຕິບັດບັນດາກິດຈະກຳຄົມມະນາຄົມຈຸດສຸມ.  ຖ້າໄດ້ປ່ອຍເງິນລົງທຶນ 422.000 ຕື້ດົ່ງ (ກວ່າ 17,2 ຕື້ USD) ທຶນລົງທຶນໃຫ້ແກ່ບັນດາໂຄງການຄົມມະນາຄົມປີ 2024 ຈະປະກອບສ່ວນຊຸກຍູ້ການເຕີບໂຕ, ສ້າງວຽກເຮັດງານທຳ, ການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ, ສ້າງການພັດທະນາໃໝ່ໃຫ້ບັນດາທ້ອງຖິ່ນ, ເຂດພາກ ແລະ ທົ່ວປະເທດ. ທ່ານນາຍົກລັດຖະມົນຕີ ໄດ້ມອບໜ້າທີ່ລະອຽດໃຫ້ແກ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ:

        “ຕ້ອງຕັ້ງໜ້າ, ເປັນເຈົ້າການຜັນຂະຫຍາຍບັນດາໜ້າທີ່ທີ່ໄດ້ຮັບມອບໝາຍ ແລະ ກໍ່ສ້າງສຳເລັດຖືກຕາມຈິດໃຈ, ໝາຍຄວາມວ່າຖືກຕາມຄວາມຄືບໜ້າ, ຍົກສູງຄຸນນະພາບ, ຮັບປະກັນດ້ານເຕັກນິກ, ສິລະປະກຳ, ຮັບປະກັນຄວາມປອດໄພ, ຮັບປະກັນລັກອະນາໄມສິ່ງແວດລ້ອມ ແລະ ຮັບປະກັນສະອາດ, ມີສີຂຽວ, ສວຍງາມໃຫ້ແກ່ປະເທດຊາດ. ປະສົບກັບຄວາມຫຍຸ້ງຍາກຢູ່ຂອດໃດ, ຕ້ອງແກ້ໄຂຢູ່ຂອດນັ້ນ, ຕ້ອງເປັນເຈົ້າການສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນເຊິ່ງກັນແລະກັນ ເພື່ອແກ້ໄຂວຽກງານຕາມສິດ, ປະຕິບັດວຽກງານໂດຍມີຈຸດສຸມ”.

        ທ່ານນາຍົກລັດຖະມົນຕີເຊື່ອໝັ້ນວ່າ, ປີ 2024, ບັນດາສະມາຊິກໃນຄະນະຊີ້ນຳ, ກະຊວງ, ຂະແໜງການ, ຄະນະຄຸ້ມຄອງໂຄງການ, ຜູ້ຮັບເໝົາ, ອອກແບບ, ຕິດຕາມ ຈະປະຕິບັດສຳເລັດໜ້າທີ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມເປັນຢ່າງດີ, ປະຕິບັດເປົ້າໝາຍຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ໃຫ້ສຳເລັດໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ