ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ການ​ສຶກ​ສາ​ບຳ​ລຸງ​ສ້າງ​ແມ່ນລັດ​ຖະ​ນະ​ໂຍ​ບາຍ​ແຖວ​ໜ້າ​

(VOVWORLD) -“ການສຶກສາບຳລຸງສ້າງ ແມ່ນລັດຖະນະໂຍບາຍແຖວໜ້າ, ແມ່ນພາລະກິດຂອງພັກ, ລັດ ແລະ ຂອງທົ່ວປວງຊົນ, ແມ່ນພື້ນຖານສຳຄັນເພື່ອປະຕິບັດນະໂຍບາຍສະເໝີພາບ, ສາມັກຄີ, ເຄົາລົບ, ຊ່ວຍເຫຼືອເຊິ່ງກັນແລະກັນ ພ້ອມກັນພັດທະນາລະຫວ່າງບັນດາເຜົ່າ..."
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ການ​ສຶກ​ສາ​ບຳ​ລຸງ​ສ້າງ​ແມ່ນລັດ​ຖະ​ນະ​ໂຍ​ບາຍ​ແຖວ​ໜ້າ​ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມຖາມຂ່າວນັກຮຽນຢູ່ມັດທະຍົມຕອນຕົ້ນກິນນອນຊົນເຜົ່າ ດິ້ງຮວາ (ພາບ: ກະຊວງສຶກສາ ແລະ ການກໍ່ສ້າງ)

ຕອນຄ່ຳວັນທີ 3 ກັນຍາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງ ຖ໊າຍງວຽນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມີກອງປະຊຸມກັບການນຳແຂວງ ຖ໊າຍງວຽນ ແລະ ເຮັດວຽກກັບການນຳກວ່າ 200 ຕາແສງ, ເທດສະບານເມືອງ, ເມືອງ, ນະຄອນ ໃນບໍລິເວນແຂວງ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ສະເໜີ ຈົ່ງສືບຕໍ່ຄົ້ນຄວ້ານະໂຍບາຍສຳລັບເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ທະເລໝູ່ເກາະ ແລະ ພິເສດແມ່ນ ນະໂຍບາຍສຳລັບເດັກຢູ່ເຂດຊົນເຜົ່າສ່ວນໜ້ອຍໃຫ້ສົມບູນແບບ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການຮ່ຳຮຽນຂອງລູກຫຼານພໍ່ແມ່ພີ່ນ້ອງບັນດາເຜົ່າ, ຮັບປະກັນຄວາມຍຸຕິທຳທາງສັງຄົມໃນການສຶກສາ. ທ່ານກ່າວວ່າ:

        “ການສຶກສາບຳລຸງສ້າງ ແມ່ນລັດຖະນະໂຍບາຍແຖວໜ້າ, ແມ່ນພາລະກິດຂອງພັກ, ລັດ ແລະ ຂອງທົ່ວປວງຊົນ, ແມ່ນພື້ນຖານສຳຄັນເພື່ອປະຕິບັດນະໂຍບາຍສະເໝີພາບ, ສາມັກຄີ, ເຄົາລົບ, ຊ່ວຍເຫຼືອເຊິ່ງກັນແລະກັນ ພ້ອມກັນພັດທະນາລະຫວ່າງບັນດາເຜົ່າ. ໃນຊຸມປີຜ່ານມາ, ພັກ, ລັດ ຍາມໃດກໍໃຫ້ຄວາມເອົາໃຈໃສ່ຈົນສຸດຄວາມສາມາດ, ໃຫ້ບຸລິມະສິດແກ່ການລົງທຶນພັດທະນາການສຶກສາບຳລຸງສ້າງສຳລັບເຂດທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ເຂດຊົນເຜົ່າສ່ວນໜ້ອຍ, ເຂດຊາຍແດນທະເລໝູ່ເກາະ, ເຂດຫ່າງໄກສອກຫຼີກ ແລະ ບັນດາເປົ້າໝາຍນະໂຍບາຍ. ໄລຍະຜ່ານມາ, ໂຮງຮຽນມັດທະຍົມກິນນອນຊົນເຜົ່າແຫ່ງຕ່າງໆ ໄດ້ຢັ້ງຢືນໄດ້ຈຸດດີໃນລະບົບການສຶກສາເທື່ອລະກ້າວ ແລະ ນີ້ກໍແມ່ນການກຳນົດທິດສັງຄົມນິຍົມຢູ່ ຫວຽດນາມ”.

         

 


 

ຕອບກັບ

ຂ່າວ/ບົດ​ອື່ນ