ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ: ຄວນເສີມຂະຫຍາຍກຳລັງແຮງມູນເຊື້ອວັດທະນະທຳຂອງຊາດ

(VOVWORLD) -ການພັດທະນາວັດທະນະທຳ ສິລະປະ ຄວນມີການຮ່ວມມືສາກົນ, ຕ້ອງມີການພົວພັນແລກປ່ຽນ, ໂຄສະນາຮູບພາບ, ສະແດງໃຫ້ເຫັນບົດບາດທີ່ຕັ້ງຂອງປະເທດຊາດ
ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ: ຄວນເສີມຂະຫຍາຍກຳລັງແຮງມູນເຊື້ອວັດທະນະທຳຂອງຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ກ່າວຄຳເຫັນທີ່ການເຮັດວຽກ. (ພາບ: VOV)

ກ່າວຄຳເຫັນທີ່ການເຮັດວຽກກັບການນຳສະຫະພັນວັດທະນະທຳ, ສິລະປະຫວຽດນາມ ກ່ຽວກັບສະພາບການບາງແຜນຮ່າງ, ໂຄງການພັດທະນາວັດທະນະທຳສິລະປະໃນໄລຍະໃຫມ່, ມຸ່ງໄປເຖິງການສະເຫລີມສະຫລອງ 90 ປີແຫ່ງວັນສະຖາປະນາປະເທດຊາດ (1945-2035) ແລະ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (1930-2030) ດຳເນີນໃນຕອນເຊົ້າວັນທີ 12 ທັນວາ, ທ່ານນາຍົກລັດຖະມົນຕີຟ້າມມີງຈິງ ເນັ້ນຫນັກວ່າ: ການພັດທະນາວັດທະນະທຳ ສິລະປະ ຄວນມີການຮ່ວມມືສາກົນ, ຕ້ອງມີການພົວພັນແລກປ່ຽນ, ໂຄສະນາຮູບພາບ, ສະແດງໃຫ້ເຫັນບົດບາດທີ່ຕັ້ງຂອງປະເທດຊາດ, ຕ້ອງເສີມຂະຫຍາຍກຳລັງແຮງມູນເຊື້ອວັດທະນະທຳຂອງຊາດ, ສາມັກຄີ, ເສີມຂະຫຍາຍກຳລັງແຮງພາຍໃນ ແລະ ການຮ່ວມມືສາກົນ, ການພົວພັນແລກປ່ຽນ, ໂຄສະນາພາບພົດຂອງປະເທດຊາດ.

ກ່ຽວກັບບັນດາຫນ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ສະເຫນີ: ຊາບຊຶມ ແລະ ປະຕິບັດບັນດາມະຕິ ແລະ ຫນ້າທີ່ພັດທະນາວັດທະນະທຳ, ສິລະປະ, ສືບຕໍ່ສ້າງຖັນແຖວນັກສິລະປິນພັດທະນານັບທັງຈຳນວນ ແລະ ຄຸນນະພາບ, ເອົາໃຈໃສ່ຄົ້ນພົບ, ບຳລຸງສ້າງ, ຝຶກຝົນຫລໍ່ຫລອມ ແລະ ຖືເປັນສຳຄັນ ນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດດ້ານສິລະປະວັດທະນະທຳ ເປັນຕົ້ນແມ່ນລຸ້ນຫນຸ່ມ, ປ່ຽນໃຫມ່ວຽກງານທິດສະດີວິຈານວັດທະນະທຳ, ສິລະປະວັດທະນະທຳ, ຮັບປະກັນລັກສະນະວິທະຍາສາດ, ລັກສະນະຕໍ່ສູ້, ດຶງດູດ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ