ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - GCC ແລະ ຢ້ຽມຢາມ ລາຊະອານາຈັກ ຊະອຸດີ ອາຣັບບີ

(VOVWORLD) - ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະໄດ້ດຳເນີນແຕ່ວັນທີ 18-20 ຕຸລາ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - GCC ແລະ ຢ້ຽມຢາມ ລາຊະອານາຈັກ ຊະອຸດີ ອາຣັບບີ  - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ
(ພາບ: TTXVN)

ຕອນບ່າຍວັນທີ 16 ຕຸລາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊີນຂອງກະສັດ ຊະອຸດີ ອາຣັບບີ Salman bin Abdulaziz Al Saud, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ສະພາຮ່ວມມືເຂດອ່າວ. (GCC) ແລະຢ້ຽມຢາມ ລາຊະອານາຈັກ ຊະອຸດີ ອາຣັບບີ. ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະໄດ້ດຳເນີນແຕ່ວັນທີ 18-20 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ