ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບ ປະທານ ກອງທຶນ KKR

(VOVWORLD) -ທ່ານນາຍົກລັດຖະມົນຕີ ປາດຖະຫນາຢາກໃຫ້ກອງທຶນ  KKR ສືບຕໍ່ລົງທຶນເຂົ້າ ຫວຽດນາມ; ສະເຫນີ ທ່ານ David Petraeus ມີສຽງເວົ້າຊຸກຍູ້ຝ່າຍ ອາເມລິກາ ຮັບຮອງຂໍ້ກຳນົດກົດລະບຽບເສດຖະກິດການຕະຫລາດຂອງ ຫວຽດນາມໂດຍໄວ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບ ປະທານ ກອງທຶນ KKR - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບ ທ່ານ David Petraeus ປະທານສະຖາບັນທົ່ວໂລກ ກອງທຶນ Kohlberg Kravis Roberts (KKR). ພາບ:VGP/Nhật Bắc

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບ ທ່ານ David Petraeus ປະທານສະຖາບັນທົ່ວໂລກ ກອງທຶນ Kohlberg Kravis Roberts (KKR), ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ,  ທ່ານນາຍົກລັດຖະມົນຕີ ປາດຖະຫນາຢາກໃຫ້ກອງທຶນ  KKR ສືບຕໍ່ລົງທຶນເຂົ້າ ຫວຽດນາມ; ສະເຫນີ ທ່ານ David Petraeus ມີສຽງເວົ້າຊຸກຍູ້ຝ່າຍ ອາເມລິກາ ຮັບຮອງຂໍ້ກຳນົດກົດລະບຽບເສດຖະກິດການຕະຫລາດຂອງ ຫວຽດນາມໂດຍໄວ ແລະ ຢາກ  KKR ເຊື່ອມຕໍ່ກັບບັນດາກຸ່ມບໍລິສັດ, ຄູ່ຮ່ວມມືຂອງ  KKP ໃນໂລກ ເພື່ອຊອກຫາກາລະໂອກາດ, ເປີດກວ້າງການຮ່ວມມື, ລົງທຶນ ຢູ່ ຫວຽດນາມ ເປັນຕົ້ນໃນບັນດາຂົງເຂດຫາກໍ່ພົ້ນເດັ່ນຂຶ້ນຄື: ຫັນເປັນດິຈີຕອນ, ຫັນເປັນສີຂຽວ, ພະລັງງານທົດແທນ, ເສດຖະກິດ ໝູນວຽນ, ເສດຖະກິດພູມປັນຍາ..

ທ່ານນາຍົກລັດຖະມົນຕີ ຢືນຢັນ: ລັດຖະບານ ຫວຽດນາມ ຍາມໃດກໍ່ຊົມເຊີຍ ແລະ ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາກຸ່ມບໍລິສັດຕ່າງປະເທດເວົ້າລວມ ແລະ ກອງທຶນ KKR ເວົ້າສະເພາະລົງທຶນເຂົ້າ ຫວຽດນາມ; ຖືຜົນສຳເລັດຂອງວິສາຫະກິດ ແມ່ນຜົນສຳເລັດຂອງຫວຽດນາມ, ບົນຈິດໃຈກົມກຽວ ແລະ ແບ່ງປັນຄວາມສ່ຽງນຳກັນ.

ທ່ານ David Petraeus ຢືນຢັນ: ຫວຽດນາມ ຈະສືບຕໍ່ແມ່ນຈຸດນັດພົບສຳຄັນ, ນອນໃນອັນດັບສູງຂອງບັນຊີລາຍຊື່ບັນດາປະເທດຈຳເປັນຕ້ອງລົງທຶນຂອງ KKR, ເປັນຕົ້ນໃນຂົງເຂດຊື່ງ ທ່ານນາຍົກລັດຖະມົນຕີ ໄດ້ກ່າວມາ.

ຕອບກັບ

ຂ່າວ/ບົດ​ອື່ນ