ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບປະທານເຂດ Lombardy, ປະເທດ ອີຕາລີ

(VOVWORLD) - ສ່ວນທ່ານ Attilio Fontana, ປະທານເຂດ Lombardy ຢັ້ງຢືນວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ. ທ່ານ  Attilio Fontana ຕີລາຄາສູງຄວາມສາມາດບົ່ມຊ້ອນຂອງການພັດທະນາແບບຍືນຍົງ, ຮອບດ້ານຂອງ ຫວຽດນາມ ...
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບປະທານເຂດ Lombardy, ປະເທດ ອີຕາລີ - ảnh 1ການຕ້ອນຮັບທີ່ສຳນັກງານລັດຖະບານ ຫວຽດນາມ
(ພາບ:VOV)

ຕອນບ່າຍວັນທີ 6 ຕຸລາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Attilio Fontana, ປະທານເຂດ Lombardy, ປະເທດ ອີຕາລີ ແລະ ຄະນະຜູ້ແທນຂອງເຂດໃນຂົງເຂດເສດຖະກິດ, ອຸດສາຫະກຳ ແລະ ການສຶກສາ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ຕີລາຄາສູງການຢ້ຽມຢາມຂອງຄະນະໃນຈຸດເວລາທີ່ສອງປະເທດ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 – 2023) ແລະ 10 ປີແຫ່ງການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ (2013 – 2023), ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນສ້າງກຳລັງໜູນໃໝ່ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດເວົ້າລວມ ແລະ ລະຫວ່າງເຂດ Lombardy ກັບບັນດາທ້ອງຖິ່ນ, ວິສາຫະກິດ ຂອງ ຫວຽດນາມ ເວົ້າສະເພາະ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າສອງຝ່າຍບົນພື້ນຖານເສີມຂະຫຍາຍບັນດາຈຸດຄ້າຍຄືກັນ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນ.

        ສ່ວນທ່ານ Attilio Fontana, ປະທານເຂດ Lombardy ຢັ້ງຢືນວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ. ທ່ານ  Attilio Fontana ຕີລາຄາສູງຄວາມສາມາດບົ່ມຊ້ອນຂອງການພັດທະນາແບບຍືນຍົງ, ຮອບດ້ານຂອງ ຫວຽດນາມ ກັບບັນດາການກຳນົດທິດ ແລະ ນະໂຍບາຍພັດທະນາອັນຖືກຕ້ອງ, ເໝາະສົມກ່ຽວກັບດ້ານເສດຖະກິດ, ສັງຄົມ, ສິ່ງແວດລ້ອມ. ທ່ານກໍ່ໃຫ້ຮູ້ວ່າ: ເຂດ Lombardy ປາດຖະໜາຢາກເພີ່ມທະວີການຮ່ວມື, ເຂົ້າເຖິງຕະຫຼາດ ອາຊຽນ ຜ່ານ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ