ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ

(VOVWORLD) - ຫວຽດນາມ ຖືເປັນສຳຄັນເລື່ອງຊຸກຍູ້ການພົວພັນຄູ່ຮ່ວມມືຍຸດສາດ ຫວຽດນາມ - ມາເລເຊຍ ໃຫ້ພັດທະນາຢ່າງສະຖຽນລະພາບ, ຍືນຍົງ ແລະ ຍາວນານ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ - ảnh 1ທ່ານນາຍົກລັດຖະມົນຕີ  ຟ້າມມິງຈິງ ຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ Dato’ Seri Utama Haji Mohamad Bin Haji Hasan
(ພາບ: VGP)

ຕອນບ່າຍວັນທີ 04 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ Dato’ Seri Utama Haji Mohamad Bin Haji Hasan, ທີ່ພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນເລື່ອງຊຸກຍູ້ການພົວພັນຄູ່ຮ່ວມມືຍຸດສາດ ຫວຽດນາມ - ມາເລເຊຍ ໃຫ້ພັດທະນາຢ່າງສະຖຽນລະພາບ, ຍືນຍົງ ແລະ ຍາວນານ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ກະຊວງປ້ອງກັນປະເທດ ມາເລເຊຍ ສືບຕໍ່ເພີ່ມທະວີການຮ່ວມມື, ປະກອບສ່ວນເຂົ້າໃນສັນຕິພາບ, ພັດທະນາຂອງແຕ່ລະປະເທດ, ຢູ່ພາກພື້ນ ແລະ ໃນໂລກ; ສະໜັບສະໜູນບັນດາອົງການປະຕິບັດກົດໝາຍທາງທະເລຂອງ 2 ປະເທດ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວ, ປ້ອງກັນ ຕ້ານອາດຊະຍາກຳ; ໜູນຊ່ວຍກຳປັ່ນຫາປາ ແລະ ຊາວປະມົງຂອງກັນທີ່ປະສົບເຄາະຮ້າຍຢູ່ທະເລ… ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາວ່າ ມາເລເຊຍ ແລະ ຫວຽດນາມ ຈະຊຸກຍູ້ການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ໃຫ້ບັນລຸປະສິດທິຜົນ ແລະ ລົງນາມໃນກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ.

ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ ໃຫ້ຮູ້ວ່າ, ກະຊວງປ້ອງກັນປະເທດຂອງ 2 ປະເທດຈະສ້າງບັນດາກົນໄກທາບທາມຄວາມເຫັນ - ເຈລະຈາ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດເຊິ່ງ 2 ຝ່າຍມີທ່າແຮງ ແລະ ມີຄວາມຕ້ອງການ; ຕັ້ງໜ້າປຶກສາຫາລື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຄວາມໝັ້ນຄົງພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ