ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບລັດຖະມົນຕີກະຊວງພາຍໃນ ປາແລດສະຕິນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນສະໜັບສະໜູນຄວາມຊອບທຳ...
 
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບລັດຖະມົນຕີກະຊວງພາຍໃນ ປາແລດສະຕິນ - ảnh 1ການຕ້ອນຮັບລັດຖະມົນຕີ ກະຊວງພາຍໃນ ປາແລດສະຕິນ ທີ່ສຳນັກງານລັດຖະບານ
(ພາບ:VOV)

ຕອນບ່າຍວັນທີ 8 ພຶດສະພາ, ທີ່ສຳນັກງານລັດຖະບານ, ໃນການຕ້ອນຮັບທ່ານ Ziad Hab Al-Reeh, ລັດຖະມົນຕີກະຊວງພາຍໃນ ປາແລດສະຕິນ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືການພົວພັນກັບ ປາແລດສະຕິນ ເປັນສຳຄັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນສະໜັບສະໜູນຄວາມຊອບທຳ; ສະໜັບສະໜູນການສ້າງການໂອ້ລົມເຈລະຈາ, ແກ້ໄຂບັນດາການປະທະກັນໂດຍສັນຕິວິທີ. ນາຍົກລັດຖະມົນຕີ ຫວັງວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ແລະ ປາແລດສະຕິນ ຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບເຂດຮ່ວມມືໃນຂົງເຂດສອງຝ່າຍ ແລະ ຫຼາຍຝ່າຍ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ກະຊວງພາຍໃນ ປາແລດສະຕິນ ແລະ ກະຊວງຕຳຫຼວດ ຫວຽດນາມ ສະເໜີຈົ່ງເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ຊຸກຍູ້ການສົມທົບດ້ານວິຊາສະເພາະ; ສົມທົບກັນກັນແກ້ໄຂອາດຊະຍາກຳຂ້າມຊາດປະເພດຕ່າງໆ; ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ສຳນັກງານອົງການຕາງໜ້າ, ພົນລະເມືອງ ຂອງປະເທດນີ້ທີ່ໄປປະຕິບັດງານ, ຮ່ຳຮຽນ, ອອກແຮງງານ, ຢ້ຽມຢາມ, ໄປທ່ຽວ, ຮ່ວມມືລົງທຶນ… ໃນຜືນແຜ່ນດິນຂອງປະເທດນັ້ນ; ໜູນຊ່ວຍບຳລຸງສ້າງ, ຝຶກອົບຮົມ, ຍົກສູງກຳລັງແຮງໃນການປະຕິບັດກົດໝາຍ; ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືສອງຝ່າຍ ຫວຽດນາມ - ປາແລດສະຕິນ ກ້າວເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ.

        ສ່ວນທ່ານລັດຖະມົນຕີ ກະຊວງພາຍໃນ ປາແລດສະຕິນ ປາດຖະໜາຢາກຊຸກຍູ້ການພົວພັນສອງຝ່າຍ ໃນທຸກຂົງເຂດ, ໃນນັ້ນ, ມີການຮ່ວມມືດ້ານເສດຖະກິດ, ຄວາມໝັ້ນຄົງ; ສະເໜີປະຊາຄົມສາກົນ, ໃນນັ້ນມີ ຫວຽດນາມ, ສະໜັບສະໜູນ ປາແລດສະຕິນ ແກ້ໄຂບັນດາການຂັດແຍ້ງ, ຄວາມບໍ່ລົງລອຍກັນດ້ວຍມາດຕະການສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ