ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ປະ​ຕິ​ບັດ​ບັນ​ດາ​ກິດ​ຈະ​ກຳ, ໂຄງ​ການ​ສຳ​ຄັນ​ແຫ່ງ​ຊາດ​ຢ່າງ​ວ່ອງ​ໄວ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງລັດ ບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ, ຈຸດສຸມຂະແໜງຄົມມະນາຄົມຂົນສົ່ງ (ຄະນະຊີ້ນຳ) ໄດ້ເປັນປະທານກອງປະຊຸມຄັ້ງທີ 7 ຂອງ ຄະນະຊີ້ນຳ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ປະ​ຕິ​ບັດ​ບັນ​ດາ​ກິດ​ຈະ​ກຳ, ໂຄງ​ການ​ສຳ​ຄັນ​ແຫ່ງ​ຊາດ​ຢ່າງ​ວ່ອງ​ໄວ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ວັນທີ 10 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງລັດ ບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ, ຈຸດສຸມຂະແໜງຄົມມະນາຄົມຂົນສົ່ງ (ຄະນະຊີ້ນຳ) ໄດ້ເປັນປະທານກອງປະຊຸມຄັ້ງທີ 7 ຂອງ ຄະນະຊີ້ນຳ. ກອງປະຊຸມໄດ້ປະຕິບັດຕາມຮູບແບບເຊິ່ງໜ້າສົມທົບກັບທາງໄກ ໂດຍເຊື່ອມຕໍ່ກັບບັນດາແຂວງ, ນະຄອນຂຶ້ນກັບສູນກາງທີ່ພວມມີກິດຈະກຳ, ໂຄງການສຳຄັນແຫ່ງຊາດ, ຈຸດສຸມຂະແໜງຄົມມະນາຄົມຂົນສົ່ງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ກອງປະຊຸມໄດ້ດຳເນີນເພື່ອແນໃສ່ກຳແໜ້ນສະພາບການແກ້ໄຂຄວາມຫຍຸ້ງຍາກໃນການປະຕິບັດບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາສະມາຊິກໃນຄະນະຊີ້ນຳ, ບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຕ້ອງປະຕິບັດຢ່າງວ່ອງໄວ, ຍ້ອນລັກສະນະຮີບດ່ວນຂອງການພັດທະນາຕາມຄຳຮຽກຮ້ອງຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ນີ້ແມ່ນຈຸດເວລາສຳຄັນເພື່ອໃຫ້ຂະແໜງຄົມມະນາຄົມຂົນສົ່ງປະຕິບັດສຳເລັດລະບົບທາງດ່ວນເໜືອ - ໃຕ້, ບັນດາເສັ້ນທາງດ່ວນສຳຄັນອື່ນເຊື່ອມຕໍ່ເຂດ, ລະຫວ່າງເຂດ ເພື່ອຜົນປະໂຫຍດພັດທະນາຂອງປະເທດຊາດ ແລະ ຂອງຊາດ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ