ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ພົບ​ປະ​ກັບ ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ກາ​ນ​ໃຫຍ່, ປະ​ທານ​ປະ​ເທດ ຈີນ

(VOVWORLD) - ຕອນເຊົ້າວັນທີ 13 ທັນວາ, ຢູ່ສຳນັກງານລັດຖະບານ (ນະຄອນ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ພົບ​ປະ​ກັບ ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ກາ​ນ​ໃຫຍ່, ປະ​ທານ​ປະ​ເທດ ຈີນ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  (ພາບ: VOV)

ໂດຍຂ່ຳນັບຮັບຕ້ອນ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ມາຢ້ຽມຢາມ ຫວຽດນາມ ທາງລັດຖະກິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງບັນດາຄວາມຮັບຮູ້ລວມທີ່ສຳຄັນ ເຊິ່ງເລຂາທິການໃຫຍ່ ສອງປະເທດ ບັນລຸໄດ້ ໃນການຢ້ຽມຢາມ ຄັ້ງນີ້, ເປັນຕົ້ນແມ່ນ ການກຳນົດສ້າງທີ່ຕັ້ງໃໝ່ໃຫ້ແກ່ການພົວພັນສອງປະເທດ, ສ້າງ ປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດ”.

ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຈະພ້ອມກັບ ສະພາຜູ້ແທນທົ່ວປະເທດ ຈີນ ເພີ່ມທະວີການສົມທົບກັນ, ຊຸກຍູ້ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ ຫັນບັນດາໝາກຜົນ ແລະ ຄວາມຮັບຮູ້ລວມຂັ້ນສູງ ໃຫ້ເປັນອັນລະອຽດ. ທ່ານນາຍົກລັດຖະມົນຕີ ສະເໜີ ຈີນ ສືບຕໍ່ເປີດກວ້າງການນຳເຂົ້າສິນຄ້າ, ຜະລິດຕະພັນກະເສດ, ສິນໃນນ້ຳ ຂອງ ຫວຽດນາມ, ຍູ້ແຮງການລົງທຶນຢູ່ ຫວຽດນາມ ໃຫ້ຫຼາຍກ່ວາອີກ, ເປັນຕົ້ນແມ່ນບັນດາໂຄງການໃໝ່, ພົ້ນເດັ່ນໃນບັນດາຂົງເຂດທີ່ອາດຈະແມ່ນທ່າແຮງຂອງຈີນ.

ສ່ວນທ່ານ ສິຈິ້ນຜິງ ໄດ້ເຫັນດີເຫັນພ້ອມກັບບັນດາຄຳເຫັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທ່ານຢັ້ງຢືນວ່າ ຈີນ ແລະ ຫວຽດນາມ ແມ່ນບັນດາຄູ່ຮ່ວມມືທີ່ສຳຄັນຂອງກັນ, ທ່ານສະເໜີໃຫ້ສອງຝ່າຍຍູ້ແຮງການເຊື່ອມຕໍ່ຍຸດທະສາດ, ຜັນຂະຫຍາຍແຜນການຮ່ວມມືເຊື່ອມຕໍ່ລະຫວ່າງຂອບເຂດ “ສອງແລວທາງ, ໜຶ່ງເສັ້ນທາງ”ດ້ວຍຂໍ້ລິເລີ່ມ ແລວທາງ ແລະ ເສັ້ນທາງ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ (ນະຄອນຫຼວງ ຮ່າໂນ້ຍ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກໍ່ໄດ້ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ

ຕອບກັບ

ຂ່າວ/ບົດ​ອື່ນ