ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງກວດກາວຽກງານກະກຽມສົກຮຽນໃຫມ່ 2023 – 2024 ຢູ່ ກອນຕູມ

(VOVWORLD) -ໃນການໄປປະຕິບັດງານຢູ່ ແຂວງ ກອນຕູມ, ຕອນເຊົ້າວັນທີ 19 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ໂຮງຮຽນມັດທະຍົມກິນນອນຊົນເຜົ່າ ຕູເມີຣົງ ຢູ່ ຕາແສງ ດັກຮ່າ ເມືອງ ຕູເມີຣົງ, ລົງກວດກາວຽກງານກະກຽມສົກຮຽນໃຫມ່ 2023 – 2024 ຂອງແຂວງ ກອນຕູມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງກວດກາວຽກງານກະກຽມສົກຮຽນໃຫມ່ 2023 – 2024 ຢູ່ ກອນຕູມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢຶ້ຢ່າມຖາມຂ່າວຄູອາຈານຢູ່ ໂຮງຮຽນກິນນອນຊົນເຜົ່າ. ພາບ:Dương Giang/TTXVN

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ: ໃນສົກຮຽນໃຫມ່ 2023 – 2024, ຂະແຫນງການສຶກສາ ກອນຕູມ ແລະ ແຂວງ ຕ້ອງສຸມໃສ່ຍົກສູງຄຸນນະພາບການສິດສອນ ແລະ ຮ່ຳຮຽນ, ຮັບປະກັນໃຫ້ມີພື້ນຖານດ້ານວັດຖຸຢ່າງຄົບຖ້ວນໃຫ້ນັກຮຽນໃນການຮ່ຳຮຽນ, ດຳເນີນຊີວິດ ເປັນຕົ້ນແມ່ນບັນດາໂຮງຮຽນກິນນອນຊົນເຜົ່າ.  ທ່ານນາຍົກລັດຖະມົນຕີ ຫວັງວ່າ ສົກຮຽນໃຫມ່ນີ້ ຂະແຫນງການສຶກສາ ແລະ ບຳລຸງສ້າງ ແຂວງ ກອນຕູມ, ໂຮງຮຽນກິນນອນຊົນເຜົ່າ ຕູເມີຣົງ ຈະບັນລຸໝາກຜົນສູງກວ່າສົກຮຽນກ່ອນ.  

ຕອບກັບ

ຂ່າວ/ບົດ​ອື່ນ