ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສິ້ນສຸດການໄປປະຕິບັດງານ ເຂົ້າຮ່ວມກອງປະຊຸມ COP-28 ແລະ ຢ້ຽມຢາມ ຕວກກີ ຢ່າງເປັນທາງການຢ່າງຈົບງາມ

(VOVWORLD) - ທີ່ການໄປປະຕິບັດງານຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ພົບປະກັບບັນດາຄູ່ຮ່ວມມືສາກົນ; ຜ່ານນັ້ນ ຊຸກຍູ້ຮ່ວມມື ຫຼາຍດ້ານກັບບັນດາປະເທດ, ພ້ອມກັງປະກອບສ່ວນຊຸກຍູ້ ການແກ້ໄຂບັນດາຄວາມເອົາໃຈໃສ່ ແລະ ຜົນປະໂຫຍດຂອງ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສິ້ນສຸດການໄປປະຕິບັດງານ ເຂົ້າຮ່ວມກອງປະຊຸມ COP-28 ແລະ ຢ້ຽມຢາມ ຕວກກີ ຢ່າງເປັນທາງການຢ່າງຈົບງາມ - ảnh 1ພາບປະກອບ

ຕອນບ່າຍວັນທີ 3 ທັນວາ, ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເດີນທາງອອກຈາກ ດູບາຍ, ສະຫະລັດ ອາຣັບ ເອມີເລັດ, ສິ້ນສຸດການປະຕິບັດງານ ເຂົ້າຮ່ວມກອງປະຊຸມ COP-28, ດຳເນີນບາງການເຄື່ອນໄຫວສອງຝ່າຍຢູ່ ສະຫະລັດ ອາຣັບ ເອມີເລັດ (UAE) ແລະ ຢ້ຽມຢາມ ຕວກກີ ຢ່າງເປັນທາງການຢ່າງຈົບງາມ.

ທີ່ການໄປປະຕິບັດງານຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ພົບປະກັບບັນດາຄູ່ຮ່ວມມືສາກົນ; ຜ່ານນັ້ນ ຊຸກຍູ້ຮ່ວມມື ຫຼາຍດ້ານກັບບັນດາປະເທດ, ພ້ອມກັງປະກອບສ່ວນຊຸກຍູ້ ການແກ້ໄຂບັນດາຄວາມເອົາໃຈໃສ່ ແລະ ຜົນປະໂຫຍດຂອງ ຫວຽດນາມ. ຫຼາຍປະເທດຢັ້ງຢືນຈະໜູນຊ່ວຍ ແລະ ຮ່ວມເດີນທາງກັບ ຫວຽດນາມ ໃນການຫັນປ່ຽນພະລັງງານ, ຍົກສູງກຳລັງປັບຕົວ, ຜ່ານນັ້ນຊຸກຍູ້ການເຕີບໂຕສີຂຽວ ຂອງ ຫວຽດນາມ ແລະ ປົກປ້ອງໜ່ວຍໂລກ.

ສຳລັບ ຕວກກີ ແລະ UAE, ໃນການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນ ສູງ ຫວຽດນາມ ໄດ້ດຳເນີນກ່ວາ 20 ການເຄື່ອນໄຫວ ຢູ່ ຕວກກີ ແລະ 30 ການເຄື່ອນໄຫວຢູ່ UAE ດ້ວຍບັນດາເນື້ອໃນ ແທດຈິງ, ຮູບແບບອຸດົມສົມບຸນ, ບັນລຸຫຼາຍໝາກຜົນລະອຽດ ທັງສອງຝ່າຍ ແລະ ຫຼາຍຝ່າຍ, ພ້ອມທັງເປີດທິດທາງຮ່ວມມື ໃໝ່ໃນບັນດາຂົງເຂດທ່າແຮງຂອງສອງປະເທດຄື ວິທະຍາສາດ ເຕັກໂນໂລຊີ, ຫັນເປັນດີຈີຕອນ, ຜະລິດກະສິກຳ , ກະສິກຳເຕັກໂນໂລຊີສູງ, ການບໍລິໂພກ, ເສດຖະກິດສີຂຽວ , ນະວັດຕະກຳ, ພະລັງງານທົດແທນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສິ້ນສຸດການໄປປະຕິບັດງານ ເຂົ້າຮ່ວມກອງປະຊຸມ COP-28 ແລະ ຢ້ຽມຢາມ ຕວກກີ ຢ່າງເປັນທາງການຢ່າງຈົບງາມ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານປະທານ ກຸບາ Miguel Díaz-Canel

ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະສອງຝ່າຍກັບ: ນາຍົກລັດຖະມົນຕີ ຊູແອັດ Ulf Kristersson, ພົບປະກັບການນຳບາງກຸ່ມບໍລິສັດ ພະລັງງານ ແດນມາດ ແລະ ລາຊະອານາຈັກ ອັງກິດ, ພົບປະກັບທ່ານປະທານ ກຸບາ Miguel Díaz-Canel, ພົບປະກັບປະທານທະນາຄານໂລກ (WB) Ajay Banga.

ຕອບກັບ

ຂ່າວ/ບົດ​ອື່ນ