ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສ້າງ​ຝູກວັກ​ກາຍ​ເປັນ​ສູນ​ການ​ບໍ​ລິ​ການ, ການທ່ອງ​ທ່ຽວ​ຊີ​ວະ​ພາບ​ທີ່​ມີ​ຄຸນ​ນະ​ພາບ​ສູງ

(VOVWORLD) - ຕອນເຊົ້າວັນທີ 31 ມີນາ, ຢູ່ນະຄອນ ເກາະຝຸກວັກ, ແຂວງ ກຽນຢາງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມ ສະຫຼຸບການປະຕິບັດຂໍ້ຕົກລົງຂອງນາຍົກລັດຖະມົນຕີ ກ່ຽວກັບການອະນຸມັດຜ່ານແຜນຮ່າງພັດທະນາສັງລວມເກາະຝຸກວັກ, ແຂວງ ກຽນຢາງ ຮອດປີ 2010 ແລະ ວິໄສທັດຮອດປີ 2020.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສ້າງ​ຝູກວັກ​ກາຍ​ເປັນ​ສູນ​ການ​ບໍ​ລິ​ການ, ການທ່ອງ​ທ່ຽວ​ຊີ​ວະ​ພາບ​ທີ່​ມີ​ຄຸນ​ນະ​ພາບ​ສູງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ 

ຢູ່ກອງປະຊຸມ, ບັນດາຜູ້ແທນ ໄດ້ຍົກອອກຄຳເຫັນຢ່າງມີຄວາມຮັບຜິດຊອບ, ເລິກເຊິ່ງ, ຕິດແທດຕົວຈິງ, ປະກອບຫຼາຍແນວຄວາມຄິດທີ່ດີ, ມີລະດັບຍຸດທະສາດຂອງບັນດາກະຊວງ, ອົງການຂັ້ນສູນກາງ. ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ພາຍຫຼັງ 20 ປີແຫ່ງການປະຕິບັດຂໍ້ຕົກລົງເລກທີ 178 ໂສມໜ້າຂອງ ນະຄອນ ເກາະ ໄດ້ມີການຜັນປ່ຽນທີ່ຕັ້ງໜ້າ, ສະແດງໃຫ້ເຫັນການຕັດສິນໃຈຂອງນາຍົກລັດຖະມົນຕີແມ່ນຖືກຕ້ອງ ກັບສະພາບການພັດທະນາຝຸກວັກ. ສະພາບການເສດຖະກິດ, ສັງຄົມຂອງ ຝຸກວັກມີການພັດທະນາຢ່າງກະໂດດຂັ້ນ, ຮອບດ້ານໃນທຸກດ້ານ.

ເພື່ອໃຫ້ຝຸກວັກພັດທະນາໂດຍໄວ, ຍືນຍົງ ໃນໄລຍະຈະມາເຖິງ ທ່ານນາຍົກລັດຖະມົນຕີ ຊີ້ນຳຕັດສິນໃຈສ້າງຝຸກວັກກາຍເປັນສູນການບໍລິການ, ການທ່ອງທ່ຽວຊີວະພາບ ທີ່ມີຄຸນນະພາບສູງ, ການທ່ອງທ່ຽວທະເລ, ເປັນສະຖານທີ່ເປັນໜ້າດຳລົງຊີວິດ, ເກາະລະດັບພາກພື້ນ ແລະ ສາກົນ, ເຊື່ອມຕໍ່ກັບບັນດາສູນກາງເສດຖະກິດໃຫຍ່ໃນພາກພື້ນ ແລະ ໂລກ.

ແລະກໍ່ໃນຕອນບ່າຍວັນທີ 30 ມີນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງກຸ່ມເຂດທ່ອງທ່ຽວ, ຜັກຜ່ອນບຳລຸງສຸຂະພາບ ແລະ ລະຫຼິ້ນບັນເທິງ ທາງທະເລ ຮ່ອນເທິມ, ນະຄອນຝຸກວັກ, ແຂວງ ກຽນຢາງ. ໂດຍຕັ້ງຢູ່ ຮ່ອນເທິມ - ເກາະໃຫຍ່ທີ່ສຸດຂຶ້ນກັບໝູ່ເກາະ ອານເທິຍ (ຝຸກວັກ), ກຸ່ມເຂດທ່ອງທ່ຽວ, ຜັກຜ່ອນບຳລຸງສຸຂະພາບ ແລະ ລະຫຼິ້ນບັນເທິງທາງທະເລ ຮ່ອນເທິມມີຂອບຂະໜາດ 30 ແຮກຕາ ໂດຍກຸ່ມບໍລິສັດ Sun Group ລົງທຶນກໍ່ສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ