ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ຕວັກ​ກີ​ທີ່​ມາ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກ ຕວັກກີ ຄົ້ນຄ້ວາການ ລົງທຶນ, ພັດທະນາ, ແບ່ງປັນບົດຮຽນປະສົບການໃນການຄຸ້ມຄອງ, ບໍລິຫານບັນດາເຂດອຸດສາຫະກຳ, ເຂດເຕັກໂນໂລຢີສູງ ກັບຫວຽດນາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ຕວັກ​ກີ​ທີ່​ມາ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນ ເວທີປາໄສວິສາຫະກິດ ຕວັກກີ - ຫວຽດນາມ (ພາບ: VOV)

ໃນການໄປຢ້ຽມຢາມ ສ.ຕວັກກີຢ່າງເປັນທາງການ, ຕອນເຊົ້າວັນທີ 30 ພະຈິກ, ຢູ່ນະຄອນຫຼວງ Ankara, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ເວທີປາໄສວິສາຫະກິດ ຕວັກກີ - ຫວຽດນາມ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ສຸມໃສ່ ແລະ ປາດຖະໜາຢາກ ຮ່ວມມືກັບ ຕວັກກີໃນບັນດາຂົງເຂດຄື: ເສດຖະກິດດີຈີຕອນ, ຫັນປ່ຽນສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ, ເສດຖະກິດແບ່ງປັນ; ຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແມ່ນກຳລັງໜູນພັດທະນາໃໝ່.

ໃນຕອນເຊົ້າວັນດຽວກັນ, ທ່ານ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Mehmet Simsek ລັດຖະມົນຕີກະຊວງງົບປະມານ ແລະ ການເງິນ, ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິງ ສະເໜີໃຫ້ ກະຊວງງົບປະມານ ແລະ ການເງິນ ຕວັກກີ ຊຸກຍູ້ການເຈລະຈາສັນຍາການຄ້າເສລີ (FTA) ຫວຽດນາມ - ຕວັກກີ, ຍົກເລີກບັນດາສິ່ງກີດຂວາງດ້ານການຄ້າ ຕໍ່ສິນຄ້າສົ່ງອອກຂອງ ຫວຽດນາມ, ເພີ່ມທະວີການແບ່ງປັນບົດຮຽນປະສົບການ ກັບ ຫວຽດນາມ ກ່ຽວກັບການສ້າງນະໂຍບາຍປີການເງິນ ແລະ ເງິນຕາ.

ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ເຕັກໂນໂລຢີ ຕວັກກີ, ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກ ຕວັກກີຄົ້ນຄ້ວາການ ລົງທຶນ, ພັດທະນາ, ແບ່ງປັນບົດຮຽນປະສົບການໃນການຄຸ້ມຄອງ, ບໍລິຫານບັນດາເຂດອຸດສາຫະກຳ, ເຂດເຕັກໂນໂລຢີສູງ ກັບຫວຽດນາມ.

ແລະ ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ໃຫ້ການຕ້ອນຮັບປະທານສະພາບໍລິຫານກຸ່ມບໍລິສັດ ແລະ ບັນດາການກຳກຸ່ມບໍລິສັດ IC Holdings ຂອງ ຕວັກກີ.

ຕອບກັບ

ຂ່າວ/ບົດ​ອື່ນ