ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ແລະ KPL ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ​ໃນ​ການ​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ສຳນັກຂ່າວສານ ຫວຽດນາມ ແລະ KPL ຈະສືບຕໍ່ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືຢ່າງມີປະສິດທິຜົນ, ຮັກສາທີ່ຕັ້ງ, ບົດບາດ ແມ່ນບັນດາອົງການສື່ມວນຊົນຫຼັກແຫຼ່ງຂອງ ຫວຽດນາມ - ລາວ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ແລະ KPL ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ​ໃນ​ການ​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ ຄໍາເຜີຍ ພິລາພາ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານ ປະເທດລາວ (KPL) (ພາບ: TTXVN)

ຕອນບ່າຍວັນທີ 24 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ ຄໍາເຜີຍ ພິລາພາ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານ ປະເທດລາວ (KPL) ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ສຳນັກຂ່າວສານ ຫວຽດນາມ ແລະ KPL ຈະສືບຕໍ່ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືຢ່າງມີປະສິດທິຜົນ, ຮັກສາທີ່ຕັ້ງ, ບົດບາດ ແມ່ນບັນດາອົງການສື່ມວນຊົນຫຼັກແຫຼ່ງຂອງ ຫວຽດນາມ - ລາວ. ທ່ານສະເໜີໃຫ້ສອງອົງການສືບຕໍ່ປະຕິບັດໜ້າທີ່ສະໜອງຂໍ້ມູນທີ່ຖືກຕ້ອງຊັດເຈນ, ທາງການ, ທັນການໄປຍັງລະບົບສື່ມວນຊົນປະເທດປະຈຳຖິ່ນເປັນຢ່າງດີ, ເພີ່ມທະວີການໂຄສະນາເຜີຍແຜ່ແນວທາງ, ແຜນນະໂຍບາຍ, ນະໂຍບາຍສອງລັດ, ພິເສດແມ່ນການໂຄສະນາເຜີຍແຜ່ກ່ຽວກັບການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ ໄປຍັງເພື່ອນມິດສາກົນ. ພ້ອມກັນນັ້ນ, ສອງອົງການຕ້ອງແບ່ງປັນ, ໜູນຊ່ວຍ ເຊິ່ງກັນແລະກັນໃນການຕໍ່ສູ້ປະຕິເສດ ຂ່າວປອມ, ທັດສະນະຜິດພາດ, ປໍລະປັກເພື່ອທຳລາຍການປະຕິວັດຂອງແຕ່ລະປະເທດ ແລະ ນ້ຳໃຈມິດຕະພາບລະຫວ່າງສອງພັກ, ສອງຊາດ, ປະຊາຊົນສອງປະເທດ.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ສະໜັບສະໜູນເລື່ອງສອງຝ່າຍເພີ່ມທະວີການແລກປ່ຽນ, ຝືກອົບຮົບດ້ານວິຊາການ ໃນຍຸກອຸດສາຫະກຳດີຈີຕອນ, ສະໜັບສະໜູນ, ສ້າງເງື່ອນໄຂ ໃຫ້ແກ່ບັນດາລາຍການຮ່ວມມືລະຫວ່າງ ສຳນັກຂ່າວສານ ຫວຽດນາມ ແລະ KPL ກ່ຽວກັບການບຳລຸງສ້າງ, ລົງທຶນວັດຖຸອຸປະກອນດ້ານເຕັກໂນໂລຢີ, ພັດທະນາການສື່ສານຫຼາຍພາຫະນະ.

ຕອບກັບ

ຂ່າວ/ບົດ​ອື່ນ