ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຮ່ຳ​ຮຽນ​ເພື່ອ​ພັດ​ທະ​ນາ​ປະ​ເທດ ຫວຽດ​ນາມ ​ໝັ້ນ​ຄົງເຂັ້ມ​ແຂງ​ ແລະ ວັດ​ທະ​ນາ​ຖາ​ວອນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ: ປັດຈຸບັນ, ປະຊາຊົນພວມດຳລົງຊີວິດໃນສັງກະລາດຫັນເປັນໂລກະພິວັດ ແລະ ເຊື່ອມໂຍງເຂົ້າກັບສາກົນ ຢ່າງເລິກເຊິ່ງກວ້າງຂວາງ ດ້ວຍການປະຕິວັດອຸດສາຫະກຳຄັ້ງທີ 4. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຮ່ຳ​ຮຽນ​ເພື່ອ​ພັດ​ທະ​ນາ​ປະ​ເທດ ຫວຽດ​ນາມ ​ໝັ້ນ​ຄົງເຂັ້ມ​ແຂງ​ ແລະ ວັດ​ທະ​ນາ​ຖາ​ວອນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ນັກຮຽນທີ່ພິທີ (ພາບ: TTXVN )

ຕອນເຊົ້າວັນທີ 10 ມິຖຸນາ, ຢູ່ມະຫາວິທະຍາໄລ Phenikaa ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນປະທານໂຮ່ຈີມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ (11/6/1948 - 11/6/2023), ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ສົມທົບກັບສະມາຄົມສົ່ງເສີມການຮຽນ ຫວຽດນາມ ຈັດການປຸກລະດົມຂະບວນການແຂ່ງຂັນ “ທົ່ວປະເທດແຂ່ງຂັນສ້າງສັງຄົງຮ່ຳຮຽນ, ຍູ້ແຮງການຮ່ຳຮຽນໃນຕະຫຼອດໄປໃນໄລຍະ 2023 - 2030”.

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ: ປັດຈຸບັນ, ປະຊາຊົນພວມດຳລົງຊີວິດໃນສັງກະລາດຫັນເປັນໂລກະພິວັດ ແລະ ເຊື່ອມໂຍງເຂົ້າກັບສາກົນ ຢ່າງເລິກເຊິ່ງກວ້າງຂວາງ ດ້ວຍການປະຕິວັດອຸດສາຫະກຳຄັ້ງທີ 4. ສິ່ງນີ້ຮຽກຮ້ອງຕ້ອງການມີພູມປັນຍາ, ທັກສະ, ສີມື ແລະ ຄວາມປັບຕົວຢູ່ໃນລະດັບສູງ. ເພື່ອສ້າງການຫັນປ່ຽນໃນການສ້າງສັງຄົມຮ່ຳຮຽນ, ຍົກສູງຄວາມຮູ້ຂອງປະຊາຊົນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຮັບປະກັນໃຫ້ປະຊາຊົນໝົດທຸກຄົນລ້ວນແຕ່ມີຄວາມສະເໝີພາບໃນການຮ່ຳຮຽນ, ທ່ານນາຍົກລັດຖະມົນຕີ ສະເໜີ້ຕ້ອງສ້າງລະບົບການສຶກສາເປີດ, ເປັນຫຼາຍຮູບຫຼາຍແບບ, ມີຄວາມໄຫວພິບ, ລຸລ່ວງ, ທັນສະໄໝ, ມີຄວາມສະເໝີພາບ, ເຊື່ອມໂຍງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກໃນສະພາບການໃໝ່. ທ່ານໃຫ້ຮູ້ວ່າ:

ດ້ວຍຄວາມຕັດສິນໃຈສູງ, ຄວາມມານະພະຍາຍາມທີ່ຍິ່ງໃຫຍ່, ການກະທຳທີ່ຂ້ຽວຂາດ ເພື່ອໃຫ້ພວກເຮົາຈະສ້າງກຳລັງໜູນສ້າງແຫຼ່ງບັນດານໃຈໃຫ້ປະຊາຊົນຮ່ຳຮຽນ, ຄອບຄົວຮ່ຳຮຽນ, ປະຊາຄົມຮ່ຳຮຽນ, ສັງຄົມຮ່ຳຮຽນ ແລະ ທົ່ວປະເທດຮ່ຳຮຽນ. ຮ່ຳຮຽນທຸກເວລາ, ທຸກບ່ອນ, ທຸກຂົງເຂດ, ຮ່ຳຮຽນເພື່ອບູລະນະຕົນເອງໃຫ້ສົມບູນແບບເພື່ອປະກອບສ່ວນເຂົ້າໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ພັດທະນາປະເທດ ຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງ ແລະ ວັດທະນາຖາວອນ, ຮ່ຳຮຽນເພື່ອປະກອບສ່ວນຍົກສູງຊີວິດດ້ານຈິດໃຈຂອງປະຊາຊົນ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ