ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ສະ​ເຫຼີ​ມ​ສະຫຼອງ 50 ປີ​ແຫ່ງ​ການ​ພົວ​ພັນ​ ລະ​ຫວ່າງ ອາ​ຊຽນ - ຍີ່​ປຸ່ນ

(VOVWORLD) - ນີ້ແມ່ນການເດີນທາງໄປປະຕິບັດງານທີ່ສຳຄັນ, ມີຄວາມໝາຍຫຼາຍຢ່າງ ຂອງທ່ານນາຍົກລັດຖະມົນຕີ, ໃນສະພາບການພິເສດຄື: ຫວຽດນາມ - ຍີ່ປຸ່ນ ຫາກໍ່ຍົກລະດັບການພົວພັນຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະ ວັດທະນາຖາວອນ ຢູ່ ອາຊີ  ແລະ ໂລກ” 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ສະ​ເຫຼີ​ມ​ສະຫຼອງ 50 ປີ​ແຫ່ງ​ການ​ພົວ​ພັນ​ ລະ​ຫວ່າງ ອາ​ຊຽນ - ຍີ່​ປຸ່ນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ລະຫວ່າງ ອາຊຽນ - ຍີ່ປຸ່ນ (ພາບ: TTXVN)

ຕອນເຊົ້າວັນທີ 15 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ໄປເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ - ຍີ່ປຸ່ນ ແລະ ດຳເນີນບັນດາການເຄື່ອນໄຫວສອງຝ່າຍຢູ່ ຍີ່ປຸ່ນ ໃນລະຫວ່າງວັນທີ 15 – 18 ທັນວາ, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio.

ນີ້ແມ່ນການເດີນທາງໄປປະຕິບັດງານທີ່ສຳຄັນ, ມີຄວາມໝາຍຫຼາຍຢ່າງ ຂອງທ່ານນາຍົກລັດຖະມົນຕີ, ໃນສະພາບການພິເສດຄື: ຫວຽດນາມ - ຍີ່ປຸ່ນ ຫາກໍ່ຍົກລະດັບການພົວພັນຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະ ວັດທະນາຖາວອນ ຢູ່ ອາຊີ  ແລະ ໂລກ” ໃນສະພາບການຢ້ຽມຢາມ ຍີ່ປຸ່ນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໃນເດືອນພະຈິກທີ່ຜ່ານມາ, ພ້ອມກັນນັ້ນ ອາຊຽນ - ຍີ່ປຸ່ນ ກໍ່ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ (CSP) ທີ່ກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 26 ຢູ່ອິນໂດເນເຊຍໃນເດືອນ ກັນຍາ ປີ 2023. ກອງປະຊຸມຂັ້ນສູງ ສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ - ຍີ່ປຸ່ນ ຢູ່ໂຕກຽວໃນລະຫວ່າງວັນທີ 16 – 18 ທັນວາ ແມ່ນໂອກາດສຳຄັນພິເສດ; ດຳເນີນກົງກັບໂອກາດສະເຫຼີມສະຫຼອງ 50 ປີແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ