ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ນິງ​ບິ່ງ

(VOVWORLD) -ວັນທີ 18 ພະຈິກ, ທີ່ການເຮັດວຽກກັບການນຳແຂວງນິງບິ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຮັບຮູ້ບັນດາໝາກຜົນເຊິ່ງແຂວງນິງບິ່ງບັນລຸໄດ້ໃນໄລຍະຜ່ານມາ, ປະກອບສ່ວນຢ່າງຕັ້ງໜ້າເຈົ້າໃນໝາກຜົນລວມຂອງປະເທດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ນິງ​ບິ່ງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບການນຳແຂວງ ນິງບິ່ງ (ພາບ:  VGP)

ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທາງແຂວງ ສືບຕໍ່ເສີມຂະຫຍາຍມູນເຊື້ອປະຫວັດສາດການປະຕິວັດ, ວັດທະນະທຳຢ່າງແຮງ, ປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຢ່າງຂ້ຽວຂາດ. ພ້ອມກັນນັ້ນ, ສືບຕໍ່ປ່ຽນແປງໃໝ່ຮູບແບບການເຕີບໂຕ, ສ້າງໂຄງປະ ກອບເສດຖະກິດຄືນໃໝ່ຢ່າງແຮງ ໂດຍອີງໃສ່ການໝູນໃຊ້ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ, ສຸມທຸກແຫຼ່ງກຳລັງພັດທະນາໂຄງປະກອບ ພື້ນຖານໂຄງລ່າງເສດຖະກິດ - ສັງຄົມ, ພິເສດແມ່ນພື້ນຖານໂຄງລ່າງ ຄົມມະນາຄົມ ຢ່າງຄົບຊຸດ, ທັນສະໄໝ, ເຊື່ອມຕໍ່ພາຍໃນເຂດ ແລະ ລະຫວາ່ງເຂດ, ປະຕິບັດບັນດາມາດຕະການແກ້ໄຂກ່ຽວກັບການ ປະຕິຮູບການບໍລິຫານ, ປັບປຸງສະພາບ ແວດລ້ອມ ແຫ່ງການລົງທຶນ ດຳເນີນທຸລະກິດຢ່າງຄົບຊຸດ.

ຕອບກັບ

ຂ່າວ/ບົດ​ອື່ນ