ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບຄະນະບໍລິຫານງານຄະນະພັກແຂວງ ບັກນິງ

(VOVWORLD) -  ບັກນິງ ຕ້ອງນຳໃຊ້ບັນດາຄວາມສາມາດບົ່ມຊ້ອນ, ກາລະໂອກາດ, ທ່າແຮງແກ່ງແຍ້ງຂອງແຂວງຢ່າງສຸດຂີດ  ເພື່ອບັນລຸບັນດາເປົ້າໝາຍທີ່ໄດ້ວາງອອກ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບຄະນະບໍລິຫານງານຄະນະພັກແຂວງ ບັກນິງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບຄະນະບໍລິຫານງານຄະນະພັກແຂວງ ບັກນິງ
(ພາບ: VGP)

ຕອນບ່າຍວັນທີ 30 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບຄະນະບໍລິຫານງານຄະນະພັກແຂວງ ບັກນິງ ເພື່ອຕີລາຄາສະພາບການ, ໝາກຜົນການພັດທະນາເສດຖະກິດ - ສັງຄົມຂອງແຂວງໃນໄລຍະຜ່ານມາ ແລະ ວາງອອກທິດທາງ, ໜ້າທີ່ໃນໄລຍະຈະມາເຖິງ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ບັກນິງ ຕ້ອງນຳໃຊ້ບັນດາຄວາມສາມາດບົ່ມຊ້ອນ, ກາລະໂອກາດ, ທ່າແຮງແກ່ງແຍ້ງຂອງແຂວງຢ່າງສຸດຂີດ  ເພື່ອບັນລຸບັນດາເປົ້າໝາຍທີ່ໄດ້ວາງອອກ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີວ່າ ບັກນິງ ເອົາໃຈໃສ່ລົງທຶນພັດທະນາພື້ນຖານໂຄງລ່າງເສດຖະກິດ - ສັງຄົມ, ສຸມແຫຼ່ງກຳລັງໃຫ້ແກ່ໂຄງການເສັ້ນທາງອ້ອມຮອບເລກ 4 ເຂດນະຄອນຫຼວງ ຕອນໄປຜ່ານບໍລິເວນແຂວງ ແລະ ບັນດາໂຄງການຈຸດສຸມຂອງແຂວງ; ພ້ອມທັງ, ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງດີຈີຕອນ, ການຫັນເປັນດີຈີຕອນ ແລະ ການພັດທະນາສີຂຽວ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບຄະນະບໍລິຫານງານຄະນະພັກແຂວງ ບັກນິງ - ảnh 2(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງບັນດາເສັ້ນທາງແຂວງ)

ຕອນເຊົ້າວັນດ່ຽວກັນ, ຢູ່ແຂວງ ບັກນິງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງບັນດາເສັ້ນທາງແຂວງ ມີລວງຍາວປະມານ 20 ກມ, ເຊື່ອມຕໍ່ເຂດທິດຕາເວັນອອກສ່ຽງເໜືອຂອງແຂວງ ບັກນິງ ເຊື່ອມຕໍ່ກັບລະບົບທາງຫຼວງໃນບໍລິເວັນແຂວງ, ສ້າງຄວາມສະດວກທາງຄົມມະນາຄົມກັບເຂດນະຄອນຫຼວງ ຮ່າໂນ້ຍ, ຄື: ແຂວງ ບັກຢາງ, ທາຍງວຽນ…

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັ້ກເຖິງຄວາມສຳຄັນຂອງການພັດທະນາພື້ນຖານໂຄງລ່າງຍຸດທະສາດ, ເຊິ່ງແມ່ນໜຶ່ງໃນ 3 ຂອດບຸກທະລຸຍຸດທະສາດເຊິ່ງໄດ້ກຳນົດນັບແຕ່ກອງປະຊຸມສະໄໝສາມັນຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ມາຮອດປະຈຸບັນ, ໃນສະພາບທີ່ແຂວງ ບັກນິງ ພວມມານະພະຍາຍາມສູ້ຊົນກາຍເປັນນະຄອນຂຶ້ນກັບສູນກາງ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ທ້ອງຖິ່ນ, ບັນດາອົງການທີ່ກ່ຽວຂ້ອງ, ບັນດານັກຮັບເໝົາ ມານະພະຍາຍາມກໍ່ສ້າງສຳເລັດໂຄງການໃນເດືອນທັນວາ 2024, ມານະພະຍາຍາມກໍ່ສ້າງສຳເລັດກ່ອນເວລາກຳນົດ 1 ປີ ເມື່ອທຽບໃສ່ແຜນການເຊິ່ງແຂວງ ໄດ້ວາງອອກ ເພື່ອສ້າງກຳລັງໜູນພັດທະນາໃໝ່ໃຫ້ແກ່ທ້ອງຖິ່ນ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຮັດວຽກກັບບໍລິສັດ Samsung Electronics Vietnam ຈຳກັດ (SEV). ທ່ານນາຍົກລັດຖະມົນຕີປາດຖະໜາວ່າ Samsung ສືບຕໍ່ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງໃຫ້ແກ່ ຫວຽດນາມ; ປະກອບສ່ວນຍົກສູງກຳລັງຄຸ້ມຄອງທັນສະໄໝໃຫ້ແກ່ ຫວຽດນາມ ກໍ່ຄືແຂວງ ບັກນິງ; ພ້ອມກັນນັ້ນເນັ້ນໜັກວ່າ ລັດຖະບານໃຫ້ຄຳໝັ້ນສັນຍາຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ກຸ່ມບໍລິສັດ Samsung ສືບຕໍ່ລົງທຶນດຳເນີນທຸລະກິດບັນລຸປະສິດທິຜົນ ແລະ ພັດທະນາແບບຍືນຍົງຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ