ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ພັນ​ລະ​ຍາ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ຈຳ​ປີ ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ, ຢ້ຽມ​ຢາມ ຮຸງ​ກາ​ຣີ ແລະ ຣູ​ມາ​ນີ ຢ່າງ​ເປັນ​ທາງ​ການ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 54 ຂອງ ເວທີປາໄສເສດຖະກິດໂລກ ຢູ່ Davos, ສະວິດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ພັນ​ລະ​ຍາ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ຈຳ​ປີ ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ, ຢ້ຽມ​ຢາມ ຮຸງ​ກາ​ຣີ ແລະ ຣູ​ມາ​ນີ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ (ພາບ: TTXVN)

ກະຊວງການຕ່າງປະເທດໄດ້ອອກແຈ້ງການ ໃນວັນທີ 11 ມັງກອນ ໂດຍໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 54 ຂອງ ເວທີປາໄສເສດຖະກິດໂລກ ຢູ່ Davos, ສະວິດ, ຢ້ຽມຢາມ ຮຸງກາຣີ ແລະ ຣູມານີ ຢ່າງເປັນທາງການໃນລະຫວ່າງວັນທີ 16 - 23 ມັງກອນ. ການຢ້ຽມຢາມ ປະຕິບັດຕາມຄຳເຊື້ອເຊີນຂອງທ່ານ Klaus Schwab ຜູ້ສ້າງຕັ້ງທັງເປັນປະທານເວທີປາໄສເສດຖະກິດໂລກ (WEF), ທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban ແລະ ທ່ານນາຍົກລັດຖະມົນຕີ ຣູມານີ Ion-Marcel Ciolacu.

ຕອບກັບ

ຂ່າວ/ບົດ​ອື່ນ