ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມວັນບຸນປູກຕົ້ນໄມ້ ຮູ້ບຸນຄຸນປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ຕະຫຼອດໄປ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ແລະ ເຂົ້າຮ່ວມພິທີປຸກລະດົມພິທີວັນບຸນປູກຕົ້ນໄມ້ຮູ້ບຸນຄຸນປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ຕະຫຼອດໄປ ຢູ່ເຂດປູຊະນີຍະສະຖານ K9 - ດາຈົງ, ບາວີ, ຮ່າໂນ້ຍ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມວັນບຸນປູກຕົ້ນໄມ້ ຮູ້ບຸນຄຸນປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ຕະຫຼອດໄປ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ)

        ເນື່ອງໃນໂອກາດບຸນເຕັດປີແມວ 2023, ຕອນເຊົ້າວັນທີ 27 ມັງກອນ (ກົງກັບວັນທີ 6 ເດືອນ ຈຽງ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ແລະ ເຂົ້າຮ່ວມພິທີປຸກລະດົມພິທີວັນບຸນປູກຕົ້ນໄມ້ຮູ້ບຸນຄຸນປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ຕະຫຼອດໄປ ຢູ່ເຂດປູຊະນີຍະສະຖານ K9 - ດາຈົງ, ບາວີ, ຮ່າໂນ້ຍ.

        ກ່າວຄຳເຫັນທີ່ພິທີປຸກລະດົມວັນບຸນປູກຕົ້ນໄມ້ຮູ້ບຸນຄຸນປະທານ ໂຮ່ຈີມິນ - ລະດູບານໃໝ່ປີແມວ 2023, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ກ່ອນນີ້ 64 ປີ, ປະທານ ໂຮ່ຈີມິນ ໄດ້ຮຽກຮ້ອງໃຫ້ປະຊາຊົນທຸກຖ້ວນໜ້າສະໜັບສະໜູນເດືອນປູກຕົ້ນໄມ້: “ເພື່ອຜົນປະໂຫຍດ 10 ປີແມ່ນປູກຕົ້ນໄມ້”. ນັບແຕ່ນັ້ນມາຮອດປະຈຸບັນ, “ວັນບຸນປູກຕົ້ນໄມ້” ໄດ້ກາຍເປັນມູນເຊື້ອອັນດີງາມຂອງປະຊາຊົນໃນໂອກາດລະດູບານໃໝ່ວຽນມາ. ມາຮອດປະຈຸບັນ, ມີປ່ານັບລ້ານເຮັກຕາ, ຕົ້ນໄມ້ນັບຮ້ອຍລ້ານຕົ້ນໄດ້ປູກໃນທົ່ວທຸກແຫ່ງຂອງປະເທດ.

        ພາຍຫຼັງພິທີປຸກລະດົມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ບັນດາຜູ້ແທນ, ພະນັກງານ, ນັກຮົບກອງທັບປະຊາຊົນ ຫວຽດນາມ ແລະ ປະຊາຊົນທຸກຊັ້ນວັນນະໄດ້ປູກຕົ້ນໄມ້ 3.000 ຕົ້ນຢູ່ເຂດປູຊະນີຍະສະຖານ K9 - ດາຈົງ.

ຕອບກັບ

ຂ່າວ/ບົດ​ອື່ນ