ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີຍູ້ແຮງການພົວພັນອາຊຽນ-ອາເມລິກາ ໃນ 3 ແງ່ມູມ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອາເມລິກາ ໃນ 3 ແງ່ມູມ: ຄວາມໝັ້ນຄົງ, ການຟື້ນຟູເສດຖະກິດ-ສັງຄົມ ແລະ ການພັດທະນາແບບຍືນຍົງ, ກວມລວມ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີຍູ້ແຮງການພົວພັນອາຊຽນ-ອາເມລິກາ ໃນ 3 ແງ່ມູມ - ảnh 1(ກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ ຄັ້ງທີ 9 ແບບທາງໄກ)

ຕອນຄ່ຳວັນທີ 26 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສທີ່ກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ ຄັ້ງທີ 9 ແບບທາງໄກ. ການນຳບັນດາປະເທດ ອາຊຽນ, ທ່ານປະທານາທິບໍດີອາເມລິກາ Joe Biden ແລະ ທ່ານເລຂາທິການໃຫຍ່ ອາຊຽນ ພ້ອມກັນເຂົ້າຮ່ວມ.

        ທີ່ກອງປະຊຸມ, ທ່ານປະທານາທິບໍດີ Joe Biden ໃຫ້ຮູ້ວ່າ, ຄາດວ່າ ອາເມລິກາ ຈະປະກາດໂຄງການທີ່ມີມູນຄ່າ 102 ລ້ານ USD ດ້ວຍຂໍ້ລິເລີ່ມໃໝ່ໃນການເພີ່ມທະວີການຮ່ວມມືກັບ ອາຊຽນ. ທ່ານຢືນຢັນວ່າ ອາເມລິກາ ສະໜັບສະໜູນຫຼັກໝັ້ນ, ຫຼັກການຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ, ທ່ານປະທານາທິບໍດີ Joe Biden ຊົມເຊີຍ ອາຊຽນ ຊຸກຍູ້ການຮ່ວມມື, ເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຮັບປະກັນການປະຕິບັດຖະແຫຼງການ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ສ້າງກົດແຫ່ງການປະພຶດ COC.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອາເມລິກາ ໃນ 3 ແງ່ມູມ: ຄວາມໝັ້ນຄົງ, ການຟື້ນຟູເສດຖະກິດ-ສັງຄົມ ແລະ ການພັດທະນາແບບຍືນຍົງ, ກວມລວມ. ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ ອາເມລິກາ ໜູນຊ່ວຍຍົກສູງຄວາມສາມາດກ່າວເຕືອນໄວສຳລັບກໍລະນີການແພດສຸກເສີນ ຜ່ານຫ້ອງການພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຂອງສູນຄວບຄຸມໂລກລະບາດ (CDC) ຢູ່ ຮ່າໂນ້ຍ.

        ສຳລັບບັນດາຈຸດຮ້ອນເຮັ່ງກ່ຽວກັບຄວາມໝັ້ນຄົນ, ໃນນັ້ນມີທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີຫວັງວ່າ ອາເມລິກາ ຈະຕັ້ງໜ້າເຂົ້າຮ່ວມ ແລະ ຮ່ວມມືກັບ ອາຊຽນ ໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ ບົນເນື້ອໃນຈິດໃຈເຄົາລົບກົດໝາຍ.

        ສິ້ນສຸດກອງປະຊຸມ, 2 ຝ່າຍໄດ້ອອກຖະແຫຼງການຮ່ວມຂອງບັນດາການນຳອາຊຽນ- ອາເມລິກາ ກ່ຽວກັບການພັດທະນາດີຈີຕອນ ເພື່ອແນໃສ່ຊຸກຍູ້ການຫັນເປັນດີຈີຕອນ ແລະ ຮັດແຄບຊ່ອງຫວ່າງທາງດີຈີຕອນ ໃນອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ