ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງແຜນການ ກຳປູເຈຍ

(VOVWORLD) - ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງແຜນການ ກຳປູເຈຍ Chhay Than ໃນວັນທີ 28 ພະຈິກ, ທີ່ຮ່າໂນ້ຍ, 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງແຜນການ ກຳປູເຈຍ - ảnh 1 ທີ່ການຕ້ອນຮັບ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຊົມເຊີຍຜົນງານແຫ່ງການເຕີບໂຕເສດຖະກິດຂອງ ກຳປູເຈຍ ໃນໄລຍະຜ່ານມາທີ່ບັນລຸໄດ້ສະເລ່ຍ 7%/ປີ; ເຊິ່ງໄດ້ຮັບການຕີລາຄາສູງຈາກ ADB, WB, ແລະ IMF ວ່າ ແມ່ນປະເທດຢືນອັນດັບທີ 6 ໃນຈຳນວນບັນດາປະເທດທີ່ມີການເຕີບໂຕສູງຂອງໂລກ.

        ເມື່ອຕີລາຄາສູງໝາກຜົນແຫ່ງການຮ່ວມມືຢ່າງມີປະສິດທິຜົນລະຫວ່າງກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ກັບກະຊວງແຜນການ ກຳປູເຈຍ ໃນຊຸມປີຜ່ານມາ, ທ່ານນາຍົກລັດຖະມົນຕີຊົມເຊີຍເລື່ອງ 2 ກະຊວງໄດ້ສ້າງ ແລະ ລົງນາມໃນຂໍ້ຕົກລົງແມ່ຮ່ວມກ່ຽວກັບການເຊື່ອມຕໍ່ 2 ພື້ນຖານເສດຖະກິດ ຫວຽດນາມ ແລະ ກຳປູເຈຍ ຮອດປີ 2030. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ສະເໜີ 2 ຝ່າຍຜັນຂະຫຍາຍການສ້າງແຜນການສັງລວມ.

        ສ່ວນທ່ານລັດຖະມົນຕີກະຊວງແຜນການ ກຳປູເຈຍ Chhay Than ໃຫ້ຮູ້ວ່າ: ໃນການປະຕິບັດວຽກງານຢູ່ ຫວຽດນາມ ຄັ້ງນີ້, ກະຊວງແຜນການ ກຳປູເຈຍ ແລະ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ພ້ອມກັນປຶກສາຫາລືບັນດາມາດຕະການເປີດກ້ວາງແຜນການຮ່ວມມືລະຫວ່າງ 2 ປະເທດໃນທຸກຂົງເຂດ; ຮ່າງໂຄງການເຊື່ອມຕໍ່ການຮ່ວມມືລະຫວ່າງ ກຳປູເຈຍ - ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ