ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕອບສໍາພາດຕໍ່ນັກຂ່າວໜັງສືພິມ The Straits Times

(VOVWORLD) -ເນື່ອງໃນໂອກາດ ກອງປະຊຸມເວທີປາໄສ ເສດຖະກິດໂລກ ກ່ຽວກັບອາຊຽນ 2018 (WEF ASEAN 2018) ດໍາເນີນຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຕອບສໍາພາດຕໍ່ນັກຂ່າວໜັງສືພິມ The Straits Times ຂອງສິງກະໂປ ກ່ຽວກັບການວາງແຜນກໍານົດນະໂຍບາຍ, ບັນດາມາດຕະການພັດທະນາພື້ນຖານເສດຖະກິດ ດີຈີຕອນຂອງຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕອບສໍາພາດຕໍ່ນັກຂ່າວໜັງສືພິມ The Straits Times - ảnh 1(ພາບປະກອບ) 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ໃນການວາງແຜນກໍານົດນະໂຍບາຍ, ຫວຽດນາມຍາມໃດກໍກໍານົດ ນະໂຍບາຍຕ້ອງສ້າງກໍາລັງໜູນ, ກາລະໂອກາດໃຫ້ວິສາຫະກິດ ແລະປະຊາຊົນດໍາເນີນທຸລະກິດ. ພ້ອມກັນນັ້ນ, ຖືເອົາຄວາມເພິ່ງພໍໃຈຂອງປະຊາຊົນ ແລະວິສາຫະກິດ ເປັນໄມ້ຫຼາວັດແທກ ຕີລາຄາປະສິດທິຜົນຂອງນະໂຍບາຍ ກໍຄືກໍາລັງຄວາມສາມາດໃນການປະຕິບັດນະໂຍບາຍຂອງບັນດາອົງການຈັດຕັ້ງແຫ່ງລັດ. ບົນພື້ນຖານນັ້ນ, ລັດຖະບານຫວຽດນາມ ໄດ້ມີຫຼາຍນະໂຍບາຍພົ້ນເດັ່ນຫຼາຍຢ່າງຄື: ນະໂຍບາຍສ້າງລະບົບຊີວະພາບ start up , ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ແລະ ຍູ້ແຮງການພັດທະນາວິສາຫະກິດ; ສຸມໃສ່ປັບປຸງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ, ຍົກສູງກໍາລັງຄວາມສາມາດແກ້ງແຍ້ງແຫ່ງຊາດ; ຍຸດທະສາດເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ.

        ລັດຖະບານຫວຽດນາມ ກໍ່ຈະສ້າງສະພາບແວດລ້ອມທີ່ສະດວກ ຄືລະບົບຊີວະພາບ ໃຫ້ແກ່ ການພັດທະນາເສດຖະກິດດີຈີຕອນ; ຍູ້ແຮງພາລະກິດແຫ່ງການສ້າງໂຄງປະກອບເສດຖະກິດຄືນໃໝ່ ແລະ ຫັນປ່ຽນຮູບແບບການເຕີບໂຕ ຕິດພັນກັບການຫັນປ່ຽນດີຈີຕອນ. ພ້ອມກັນນັ້ນ, ກໍ່ສຸມໃສ່ ສ້າງລັດຖະບານເອເລັກໂຕນິກ, ມຸ່ງໄປເຖິງລັດຖະບານດີຈີຕອນ ແລະ ພື້ນຖານເສດຖະກິດ ດີຈີຕອນ ແລະ ອື່ນໆ.  ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ແບ່ງປັນຫຼັກໝັ້ນຂອງຫວຽດນາມ ຕໍ່ ລັດທິອາລັກຂາ ກໍຄື ບາງບັນຫາທີ່ຈໍາເປັນ ຂອງ ອາຊຽນ ໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ