ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ກຳປູເຈຍ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ກຳປູເຈຍ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ຖ່າຍ​ຮູບ​ທີ່​ລະ​ນຶກ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ຢູ່ ກຳ​ປູ​ເຈຍ

(vovworld) - ​​​​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ລາ​ຊະອາ​ນາ​ຈັກ ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ, ຕອນ​ບ່າຍ​ວັນ​ທີ 24/4, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ  ຫງວຽນ​ຊວນ​ຟຸກ ພ້ອມ​ດ້ວຍ​ພັນ​ລະ​ຍາ ໄດ້​ລົງ​ຢ​້ຽມ​ຢາມ, ໂອ້​ລົມ​ກັບ​ພະ​ນັກ​ງານ​ສະ​ຖານ​ທ​ູ​ດ ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ແລະ ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ, ເຮັດ​ວຽກ​ຢູ່​ກຳ​ປູ​ເຈຍ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ປາດ​ຖະ​ໜາ​ວ່າ: ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ຢູ່ ກຳ​ປູ​ເຈຍ ສືບ​ຕໍ່ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ຕັ້ງ​ໜ້າ​ປະ​ຕິ​ບັດ​ວຽກ​ງານ​ເປັນ​ຂົວ​ເຊື່ອມ​ຕໍ່​ຂອງ​ນ້ຳ​ໃຈ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ 2 ປະ​ເທດ.

        “ການ​ພົວ​ພັນ ຫວຽດ​ນາມ - ກຳ​ປູ​ເຈຍ ແມ່ນ​ການ​ພົວ​ພັນ​ຍຸດ​ທະ​ສາດ, ແມ່ນ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄ​ຽງ​ຖານ​ອ້າຍ​ນ້ອງ​ສະ​ໜິດ​ຕິ​ດ​ພັນ​ນຳ​ກັນ. ພວກ​ເຮົາ​ນຳ​ໃຊ້​ນ້ຳ​ທີ່​ແມ່​ນ້ຳ​ສາຍ​ດຽວ, ພ້ອມ​ກັນ​ມີ​ມູນ​ເຊື້ອ​ປະ​ຕິ​ວັດ, ກໍ່​ພ້ອມ​ກັນ​ມີ​ການ​ຊ່ວ​ຍ​ເຫຼື​ອ ເຊິ່ງ​ກັນ ແລະ ກັນ​ໃນ​ການ​ຕໍ່​ສູ້ ແລະ ໃນ​ໄລ​ຍະ​ສັນ​ຕິ​ພາບ. ແລະ​ຂ້າ​ພະ​ເຈົ້າ​​ແຈ້ງ​ໃຫ​້​ພໍ່​ແມ່​ປະ​ຊາ​ຊົນ​ໄດ້​ຮັບ​ຊາບ​ວ່າ, ໃນ​ຕະຫຼອດ​ໄລ​ຍະ​ປະ​ຫວັດ​ສາດ​ລວມ, ພິ​ເສດ​ແມ່ນ​ໃນ​ຊຸມ​ປີມໍ່ໆ​ມານີ້, ຊຸມ​ເດືອນມໍ່ໆ​ມານີ້, ການ​ພົວ​ພັນ ຫວຽດ​ນາມ - ກຳ​ປູ​ເຈຍ ​ແມ່ນ​ສະ​ໜິດ​ສະ​ໜົມທີ່​ສຸດ, ນ້ຳ​ໃຈ, ຄວາມ​ຮັບ​ຜິດ​ຊອບ, ​ມີ​ຄວາມສະ​ໜິດ​ຕິ​ດ​ພັນ​ຫຼາຍ​ກ່​ວາ​ໃນ​ທ​ຸກໆ​ຂົງ​ເຂດ​ຄື: ການ​ເມືອງ, ການ​ທູດ, ເສດ​ຖະ​ກິດ ແລະ ບັນ​ດາ​ຂົງ​ເຂດ​ສຳ​ຄັນ​ອື່ນໆ​ອີກ.”

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຢັ້ງ​ຢືນ​ວ່າ, ພັກ, ລັດ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ​ເພ​ື່ອ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ອຸ​່ນ​ອ່ຽນ​ໃຈ​ອອກ​ແຮງ​ງານ, ​ນຳ​ການຜະ​ລິດ, ປາດ​ຖະ​ໜາ​ວ່າ ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ຢູ່ ກຳ​ປູ​ເຈຍ ຕ້ອງ​ສືບ​ຕໍ່​ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ, ເປີດ​ກ້​ວາງ​ການ​ຮຽນ ແລະ ການ​ສອນ​ພາ​ສາ ຫວຽດ​ນາມ ໃນ​ປະ​ຊາ​ຄົມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ສະ​ເໜີ​ ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູ​ດ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ລົງ​ທຶນ, ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຂອງ ຫວຽດ​ນາມ ຢູ່ ກຳ​ປູ​ເຈຍ ແລະ ກົງ​ກັນ​ຂ້າມຫຼາຍ​ກ່​ວາ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ