ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ລົງກວດກາກຸ່ມທ່າກ່ຳປັ່ນ ກ໊າຍແມ໊ບ-ທິຫວາຍ

(VOVWORLD) - ຕອນເຊົ້າວັນທີ 20 ມີນາ, ໃນການໄປປະຕິບັດງານຢູ່ແຂວງ ບ່າເຣ້ຍ-ຫວູງເຕົ່າ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງກວດກາການເຄື່ອນໄຫວຂອງທ່າກ່ຳປັ່ນ Gemalink, ທ່າກ່ຳປັ່ນ CMIT ແລະ ເຕີນກ໋າງກ໊າຍແມ໊ບ (TCIT).
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ລົງກວດກາກຸ່ມທ່າກ່ຳປັ່ນ ກ໊າຍແມ໊ບ-ທິຫວາຍ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ລົງກວດກາກຸ່ມທ່າກ່ຳປັ່ນ ກ໊າຍແມ໊ບ-ທິຫວາຍ. ພາບ: VOV

  ເຊິ່ງລ້ວນແຕ່ນອນໃນເຂດທ່າກ່ຳປັ່ນ ກ໊າຍແມ໊ບ-ທິຫວາຍ. ໃນບັນດາທ່າກ່ຳປັ່ນຂຶ້ນກັບກຸ່ມທ່າກ່ຳປັ່ນ ກ໊າຍແມ໊ບ-ທິຫວາຍ, ແມ່ນ 1 ໃນຈຳນວນ 19 ທ່າກ່ຳປັ່ນໃຫຍ່ຂອງໂລກ ສາມາດຮັບກ່ຳປັ່ນມີນ້ຳໜັກສູງເຂົ້າທຽບທ່າ. ທ່າກ່ຳປັ່ນດັ່ງກ່າວ ຈະເປີດສະໜອງໃນເດືອນ ພຶດສະພາ 2021 ແລະ ຈະນຳໃຊ້ຢ່າງໜ້ອຍສຸດ 80% ຂອງກຳລັງຕິດຕັ້ງຕາມການອອກແບບໃນປີນີ້ ແລະ ຈະນຳໃຊ້ 100% ກຳລັງຕິດຕັ້ງຂອງໄລຍະ 1 ແຕ່ປີ 2022 ເປັນຕົ້ນໄປ. ກ່າວຄຳເຫັນທີ່ການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ບ່າເຣ້ຍ-ຫວູງເຕົ່າ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

ການສຸມໃສ່ພັດທະນາທ່າກ່ຳປັ່ນ ກ໊າຍແມ໊ບ-ທິຫວາຍ ແລະ ເປັນຕົ້ນແມ່ນແຜນນະໂຍບາຍເຊື່ອມຕໍ່ກັບ ກ໊າຍແມ໊ບ ຕອນລຸ່ມ ໃນການຮັບປະກັນການບໍລິການ, ໃນນັ້ນມີ logistics, ເພື່ອແກ້ໄຂບັນດາບັນຫາ ບໍ່ພຽງແຕ່ໃຫ້ ຫວຽດນາມ ເທົ່ານັ້ນ ຫາກຍັງໃຫ້ບາງປະເທດໃນພາກພື້ນອີກດ້ວຍ. ພວກເຮົາມີຄວາມປິຕິຊົມຊື່ນກ່ຽວກັບການເຕີບໂຕຢ່າງແຮງຂອງທ່າກ່ຳປັ່ນ, ປະມານ 20%, ເຊິ່ງສະແດງໃຫ້ເຫັນການປະກອບສ່ວນເຂົ້າເສດຖະກິດຢູ່ພາກພື້ນນີ້ສຳລັບທົ່ວປະເທດ. ການເຕີບໂຕຂອງທ່າກ່ຳປັ່ນປະກອບເຂົ້າ GDP.

ຕອບກັບ

ຂ່າວ/ບົດ​ອື່ນ