ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນໍາແຂວງຮ່າຕິງ

(VOVWORLD) -ໂດຍສືບຕໍ່ການປະຕິບັດງານຢູ່ແຂວງຮ່າຕິງ, ຕອນບ່າຍວັນທີ 21 ກໍລະກົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ລົງເຮັດວຽກກັບການນໍາຫຼັກແຫຼ່ງຂອງແຂວງຮ່າຕິງ ກ່ຽວກັບສະພາບການເສດຖະກິດ, ສັງຄົມ, ວຽກງານການຈັດຕັ້ງກົງຈັກ ແລະ ສະພາບການປະຕິບັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການ ສ້າງຊົນນະບົດໃໝ່ຂອງທ້ອງຖິ່ນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນໍາແຂວງຮ່າຕິງ - ảnh 1

ເມື່ອສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ຮອດເວລາແລ້ວທີ່ແຂວງຮ່າຕິງ ຕ້ອງບືນຕົວຂຶ້ນກວມເອົາບົດບາດ ເປັນສົ້ນເຕີບໂຕໃໝ່ສໍາຄັນກວ່າອີກ ໃນວິວັດແຫ່ງການພັດທະນາເສດຖະກິດສັງຄົມຂອງປະເທດ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ແຂວງຮ່າຕິງ ຈົ່ງມີຫຼາຍມາດຕະການບຸກທະລຸຄົບຊຸດ ເພື່ອແນໃສ່ຫຼຸດຜ່ອນປະລິມານຄອບຄົວທຸກຍາກລົງໃຫ້ໜ້ອຍກວ່າອີກ, ສ້າງເງື່ອນໄຂສະດວກ ເພື່ອໃຫ້ປະຊາຊົນແຕ່ລະຄົນ ໄດ້ສໍາຜັດກັບບັນດາບໍລິການ ການສຶກສາ, ສາທາລະນະສຸກທີ່ມີີຄຸນນະພາບສູງ, ພິເສດແມ່ນຍູ້ແຮງວິວັດການຫັນເປັນຕົວເມືອງ, ສ້າງໂຄງປະກອບເສດຖະກິດຄືນໃໝ່, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍຮຽກຮ້ອງໃຫ້ເອົາໃຈໃສ່ເປັນພິເສດເຖິງເລື່ອງຮັບປະກັນການປ້ອງກັນຄວາມສະຫງົບ, ຄາດຄະເນບັນດາກໍລະນີເກີດຂຶ້ນໂດຍບັງເອີນ ເພື່ອສາມາດແກ້ໄຂຢ່າງທັນການ ແລະ ປ້ອງກັນຄວາມສະຫງົບແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໂດຍສະເພາະແມ່ນບັນດາບັນຫາ ໝັ້ນຄົງທາງດ້ານສາສະໜາ ແລະ ຄວາມສະຫງົບຢູ່ເຂດຊົນນະບົດຢ່າງເດັດຂາດ.

ຕອບກັບ

ຂ່າວ/ບົດ​ອື່ນ