ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ເຈລະຈາກັບການນຳສິງກະໂປ

ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ເຈລະຈາກັບການນຳສິງກະໂປ - ảnh 1
ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ນາຍົກລັດຖະມົນຕີ ຫລີຊຽນຫລົງ

(vovworld) – ຕອນ​ທ່ຽງ​ວັນ​ທີ 31/5, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ໄປ​ຮອດ​ສິງ​ກະ​ໂປ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ Shangri La ຄັ້ງ​ທີ 12, ກ່ອນ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ຕອນ​ຄຳ່​ຂອງ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​​ເຂົ້າ​ຢ້ຽມ​ຄຳນັບ​ປະທານາທິບໍດີ​ສິງ​ກະ​ໂປ Tony Tan Yam ​ຕາມ​ພິທີການ​ທູດ ແລະ ພົບ​ປະ​ເຈລະຈາ​ກັບ​ນາຍົກລັດຖະມົນຕີສິງກະ​ໂປ ຫຼີຊຽນຫຼົງ. ທີ່​ການ​ຄຳນັບ​ຕາມ​ພິທີການ​ທູດ, ທ່ານປະທານາທິບໍດີ​ສິງ​ກະ​ໂປ Tony Tan Yam ​ໄດ້​ຢືນຢັນ​ວ່າ, ຍາມ​ໃດ​ສິງກະ​ໂປກໍ່​ຖື​ເປັນ​ສຳຄັນ ​ແລະ ຕີ​ລາຄາ​ສູງ​ບົດບາດ ​ແລະ ທີ່​ຕັ້ງ​ຂອງ​ຫວຽດນາມ ​ຢູ່​ໃນ​ພາກ​ພື້ນ. ​ເນື່ອງ​ໃນ​ໂອກາດ​ນີ້, ສອງ​ຝ່າຍ​ຢືນຢັນ​ວ່າ ຫວຽດນາມ ​ແລະ ສິງກະ​ໂປ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ບັນດາ​ເວທີ​ປາ​​ໄສ​ພາກ​ພື້ນ ​ແລະ ສາກົນ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ທີ່ການພົບ​ປະ​ເຈລະຈາ​ກັບ​ນາຍົກລັດຖະມົນຕີສິງກະ​ໂປ ຫຼີຊຽນຫຼົງ, ນາຍົກລັດຖະມົນຕີທັງສອງ​ທ່ານ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ບາດກ້າວ​ພັດທະນາ​ຢ່າງ​ແຮງ, ຂະຫຍັນ​ຂັນ​ເຂື່ອນ ​ແລະ ມີ​ປະສິດທິ​ຜົນ​ຂອງ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ; ຍາວ​ໃດ​ສິງກະ​ໂປ​ ກໍ່​ແມ່ນ​ນັກ​ລົງທຶນ​ໃຫຍ່ ​ແລະ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ​ ໃນ​ສະພາບ​ການ​ເສດຖະກິດ​ໂລກ ​ແລະ ພາກ​ພື້ນ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ນາຍົກລັດຖະມົນຕີທັງສອງ​ທ່ານ​ກໍ່​ເຫັນ​ດີ​ຈະ​ສືບ​ຕໍ່​ສົມທົບ​ກັນ​ໃນ​ວິວັດ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຍຸດ​ທະ​ສາດ​ເຂດ​ປາຊີ​ຝິກ (TPP)

ກ່ຽວ​ກັບ​ສານ​ຂອງ ຫວຽດນາມ ທີ່ ກອງ​ປະຊຸມ Shangri La ຄັ້ງ​ທີ 12, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໃຫ້​ຮູ້​ວ່າ: ສານຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ຕ້ອງ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ພ້ອມ​ກັນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ ​​ເຊິ່ງກ່ອນ​ອື່ນ​ໝົດ​ຕ້ອງ​ອີງ​​ບົນ​ຄວາມ​ຈິງ​ໃຈ, ​ເພື່ອ​ສັນຕິພາບ, ຄວາມ​ວັດ​ຖະນາ​ຖາວອນ​ຂອງ​ພາກ​ພື້ນ ອາຊີ - ປາ​ຊີ​ຟີ​ກ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ປະທານາທິບໍດີ ​ແລະ ທ່ານ​ນາຍົກລັດຖະມົນຕີ ສິງ​ກາ​ໂປ ​ເຫັນ​ດີ​ເປັນ​​ເອກະ​ພາບ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ເລື່ອງ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ. ຄວາມ​ປອດ​ໄພ​​ໃນ​ການ​ເດີນທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຝ່າຍ​ຕ່າງໆ​ຕ້ອງ​ປະຕິບັດ​ຄວາມ​ລະ​ງັບ​ໃຈ ​ແລະ ​ແກ້​ໄຂ​ບັນດາ​ການ​ພິພາດ​ກັນ​ດ້ວຍ​ສັນຕິ​ວິທີ, ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ຂອງ​ສະຫະ​ປະຊາ​ຊາດ, ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຕໍ່​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ຫຼັກການ 6 ຂໍ້​ຂອງ ອາ​ຊຽນ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, ສ້າງ​ປະມວນ​ກົດ​ລະບຽບ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໂດຍໄວ

 


ຂ່າວ/ບົດ​ອື່ນ