ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດ​ນາມ ຟ​້​າມ​ມິງ​ຈິງ ພົບ​ປະ​ບັນ​ດາ​ພັກ​ການ​ເມື​ອງ​ຢູ່ ຍີ່​ປຸ່ນ

(VOVWORLD) -ໃນຕອນເຊົ້າວັນທີ 24 ພະຈິກ, ຢູ່ ໂຕກຽວ, ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານພັກກົງມິນ Yamaguchi Natsuo.
ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດ​ນາມ ຟ​້​າມ​ມິງ​ຈິງ ພົບ​ປະ​ບັນ​ດາ​ພັກ​ການ​ເມື​ອງ​ຢູ່ ຍີ່​ປຸ່ນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານປະທານພັກກົງມິນ Yamaguchi Natsuo

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາຢາກໃຫ້ ທ່ານປະທານ Yamaguchi Natsuo ແລະ ພັກກົງມິນສືບຕໍ່ເອົາໃຈໃສ່, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊີ່ງກວ້າງຂວາງ ຫວຽດນາມ - ຍີ່ປຸ່ນ ໃນໄລຍະທີ່ຈະມາເຖິງ, ຊຸກຍູ້ການພົວພັນແລກປ່ຽນລະຫວ່າງກຸ່ມສະມາຊິກລັດຖະສະພາມິດຕະພາບ 2 ປະເທດ ແລະ ພົວພັນແລກປ່ຽນລະຫວ່າງປະຊາຊົນ. ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ ພັກກອມມູນິດ ຫວຽດນາມ ແລະ ພັກກົງມິນ ຍີ່ປຸ່ນ ມີບັນດາການເຄື່ອນໄຫວພົວພັນແລກປ່ຽນຮ່ວມມື, ແລກປ່ຽນບົດຮຽນ ໂດຍສະເພາະແມ່ນໃນບັນດາຂົງເຂດຄື ບໍລິຫານ, ຄຸ້ມຄອງ, ບຳລຸງສ້າງ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ຊັບພະຍາກອນທຳມະຊາດ, ຄົມມະນາຄົມຂົນສົ່ງ, ການທ່ອງທ່ຽວ.

ໃນວັນດຽວກັນ, ໃນການພົບປະກັບທ່ານ Shii Kazuo, ປະທານຄະນະບໍລິຫານງານສູນກາງພັກກອມມຸນິດ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງສາຍພົວພັນທີ່ໄວ້ເນື້ອເຊື່ອໃຈ, ສາມັກຄີທີ່ເປັນມູນເຊື້ອລະຫວ່າງ 2 ພັກ, ແລະ ຢັ້ງຢືນວ່າພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍເຄົາລົບ, ນັບຖື ແລະ ຮູ້ບຸນຄຸນ ຕໍ່ນຳ້ໃຈອັນດີງາມ ແລະ ການຊ່ວຍເຫຼືອອັນສຳຄັນຂອງພັກກອມມຸນິດ ແລະ ປະຊາຊົນ ຍີ່ປຸ່ນ ທີ່ສະຫງວນໃຫ້ປະຊາຊົນ ຫວຽດນາມ ໃນກິດຈະການຕ່ໍສູ້ປົດປ່ອຍຊາດເມື່ອກ່ອນນີ້ ກໍຄືໃນກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ