ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ລົງສຳຫຼວດ​ບັນ​ດາ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຢູ່ ເກີ່ນ​ເທີ

(VOVWORLD) - ໃນລາຍການປະຕິບັດງານຢູ່ເກີ່ນເທີ, ຕອນບ່າຍວັນທີ 12 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງໄປກວດກາ, ສຳຫຼວດບາງກິດຈະກຳ, ໂຄງການຈຸດສຸມກ່ຽວກັບພື້ນຖານໂຄງລ່າງໃນບໍລິເວນ; ສຳຫຼວດໂຄງການເສັ້ນທາງດ່ວນ ເຈົາດົກ - ເກິ່ນເທີ - ຊອກຈັງ; ຮັບຟັງບົດລາຍງານ, ສະເໜີກ່ຽວກັບໂຄງການຕ້ານນ້ຳຖ້ວມ, ດິນເຊາະເຈື່ອນ, ເພີ່ມທະວີຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂອງນະຄອນ ເກິ່ນເທີ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ລົງສຳຫຼວດ​ບັນ​ດາ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຢູ່ ເກີ່ນ​ເທີ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ລົງສຳຫຼວດບັນດາໂຄງການພື້ນຖານໂຄງລ່າງຄົມມະນາຄົມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ ຢູ່ ເກີ່ນເທີ (ພາບ: VOV)

ເມື່ອລົງໄປສຳຫຼວດສະຖານທີ່ປະຕິບັດໂຄງການກໍ່ສ້າງທາງດ່ວນ ເຈົາດົກ - ເກິ່ນເທີ - ຊອັກຈັງ ໄລຍະທີ່ 1, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ນະຄອນ ເກິ່ນເທີ ຕ້ອງປະຕິບັດສຳເລັດວຽກງານບຸກເບີກໜ້າພຽງໃນເດືອນພຶດສະພານີ້ຢ່າງສົມບູນ; ສະເໜີໃຫ້ບັນດາອົງການ, ນັກລົງທຶນ, ຜູ້ຮັບເໝົາ, ບັນດານັກວິສະວະກອນ, ກຳມະກອນ, ນັກລົງທຶນສືບຕໍ່ມານະພະຍາຍາມຈັດຕັ້ງການກໍ່ສ້າງ, ຮັບປະກັນຄວາມຄືບໜ້າ, ຍົກສູງຄຸນນະພາບ, ຮັບປະກັນເຕັກນິກ, ຄວາມປອດໄພ, ຫຼັກອະນາໄມສິ່ງແວດລ້ອມ…

        ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ລົງໄປສຳຫຼວດສະຖານທີ່ປະຕິບັດໂຄງການກໍ່ສ້າງຝັ່ງເຈື່ອນກັນດິນເຊາະເຈື່ອນຢູ່ແມ່ນ້ຳ ຈ່ານອັກ (ເມືອງບິ່ງຖຸ່ຍ, ນະຄອນ ເກິ່ນເທີ), ໂຄງການຕ້ານນ້ຳຖ້ວມ, ຕ້ານດິນເຊາະເຈື່ອນ, ເພີ່ມທະວີຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສົມທົບກັບການປົວແປງຕົວເມືອງຂອງນະຄອນ ເກີ່ນເທີ.


ຕອບກັບ

ຂ່າວ/ບົດ​ອື່ນ