ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ຮ່ວມ​ມື​ດ້ານ​ແຮງ​ງານ ຫວຽດ​ນາມ - ຍີ່​ປຸ່ນ

(VOVWORLD) - ຕອນບ່າຍວັນທີ 16 ທັນວາ, ຢູ່ ໂຕກຽວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມເວທີປາໄສຮ່ວມມືດ້ານແຮງງານ ຫວຽດນາມ - ຍີ່ປຸ່ນ. ເວທີປາໄສດັ່ງກ່າວ ໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ກະຊວງແຜນການ ແລະ ການລົງທຶນ ແລະ ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຈັດຂຶ້ນ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ຮ່ວມ​ມື​ດ້ານ​ແຮງ​ງານ ຫວຽດ​ນາມ - ຍີ່​ປຸ່ນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນ ຢູ່ເວທີປາໄສ (ພາບ:VOV)

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຊົມເຊີຍຕໍ່ການຈັດເວທີປາໄສແຫ່ງຊາດດ້ານແຮງງານ ຄັ້ງທຳອິດ ຂຶ້ນຢູ່ຕ່າງປະເທດ. ເຫດການດັ່ງກ່າວຍິ່ງມີຄວາມໝາຍເມື່ອສອງປະເທດຫາກໍ່ສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ປີ (1973-2023). ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ການຮ່ວມມືໃນຂົງເຂດແຮງງານລະຫວ່າງສອງປະເທດນີ້ ຈະນັບມື້ນັບພັດທະນາດີກວ່າອີກ, ບໍ່ພຽງແຕ່ໃນການເພີ່ມຈຳນວນແຮງງານ ຫຼື ຄຸນນະພາບແຮງງານ ໄປເຮັດວຽກຢູ່ ຍີ່ປຸ່ນ ເທົ່ານັ້ນ, ຫາກຍັງບັນລຸໄດ້ໝາກຜົນແທດຈິງອື່ນໃນການພັດທະນາເສດຖະກິດ - ສັງຄົມ, ວັດທະນະທຳ, ວິທະຍາສາດເຕັກນິກ, ການພົບປະແລກປ່ຽນປະຊາຊົນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ