ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ: ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ປະ​ຊາ​ຊົນ​ຍາມ​ໃດ​ກໍ​ແມ່ນ​ບຸ​ລິ​ມະ​ສິດ​ແຖວ​ໜ້າ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ພັກ, ລັດ ພ້ອມດ້ວຍປະຊາຊົນທຸກຖ້ວນໜ້າ ຍາມໃດກໍຕີລາຄາສູງ, ມີຄວາມເຂົ້າອົກເຂົ້າໃຈ ແລະ ຢາກແບ່ງປັນຄວາມຫຍຸ້ງຍາກ, ລຳບາກ, ການເສຍສະຫຼະຂອງຂະແໜງສາທາລະນະສຸກ, ຖັນແຖວແພດໝໍ ແລະ ພາລະກອນການແພດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ: ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ປະ​ຊາ​ຊົນ​ຍາມ​ໃດ​ກໍ​ແມ່ນ​ບຸ​ລິ​ມະ​ສິດ​ແຖວ​ໜ້າ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມິງຈິງ ກ່າວຄຳເຫັນທີ່ພິທີ 

ຕອນຄ່ຳວັນທີ 27 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ລາຍການສະແດງສິລະປະ “ນັກຮົບເສື້ອຂາວ” ໂດຍກະຊວງສາທາລະນະສຸກ ສົມທົບກັບສະຖານີໂທລະພາບແຫ່ງຊາດ ຫວຽດນາມ ຈັດຂຶ້ນ ແນໃສ່ຍ້ອງຍໍຊົມເຊີຍນັກຮົບເສື້ອຂາວ, ການເສຍສະຫຼະອັນມິດງຽບຂອງຖັນແຖວແພດໝໍ ເພື່ອພາລະກິດເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນ, ເນື່ອງໃນໂອກາດວັນແພດໝໍ ຫວຽດນາມ 27 ກຸມພາ.

     ກ່າວຄຳເຫັນທີ່ລາຍການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ພັກ, ລັດ ພ້ອມດ້ວຍປະຊາຊົນທຸກຖ້ວນໜ້າ ຍາມໃດກໍຕີລາຄາສູງ, ມີຄວາມເຂົ້າອົກເຂົ້າໃຈ ແລະ ຢາກແບ່ງປັນຄວາມຫຍຸ້ງຍາກ, ລຳບາກ, ການເສຍສະຫຼະຂອງຂະແໜງສາທາລະນະສຸກ, ຖັນແຖວແພດໝໍ ແລະ ພາລະກອນການແພດ.

     “ເນື່ອງໃນໂອກາດສະເຫຼີມສະຫຼອງວັນແພດໝໍ ຫວຽດນາມ; ອີກຄັ້ງໜຶ່ງ, ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນດີງາມທີ່ສຸດມາຍັງແພດໝໍ, ພາລະກອນ, ພະນັກງານ, ຜູ້ທີ່ເຮັດວຽກໃນຂະແໜງສາທາລະນະສຸກຢູ່ທົ່ວທຸກແຫ່ງຂອງປະເທດຊາດ. ປະຊາຊົນຫວຽດນາມ ແຕ່ລະຄົນ ລ້ວນແຕ່ຢາກສະແດງຄວາມຮູ້ບຸນຄຸນ, ສະແດງຄວາມຂອບອົກຂອບໃຈ, ຢາກແບ່ງປັນ ແລະ ມີຄວາມເຂົ້າໃຈ, ເຫັນອົກເຫັນໃຈແພດໝໍ ແລະ ພາລະກອນການແພດ ດ້ວຍພາລະກຳອັນສູງສົ່ງ ແລະ ເປັນໜ້າເອກອ້າງທະນົງໃຈ ເພື່ອເບິ່ງແຍງ, ຮັກສາສຸຂະພາບຂອງປະຊາຊົນ, ປະກອບສ່ວນສ້າງຊາດໃຫ້ເຂັ້ມແຂງ, ປະເທດຈະເລີນ, ຮຸ່ງເຮືອງສີວິໄລ ແລະ ວັດທະນາຖາວອນ.”


ຕອບກັບ

ຂ່າວ/ບົດ​ອື່ນ