ທ່ານ​ນາຍົກລັດຖະມົນຕີ ອັງກິດ ປະ​ກາດ​​ໂຄງການ​ດໍາ​ເນີນ​ງານ​ບຸລິມະສິດ ສໍາ​ເລັດ​ການ Brexit

(VOVWORLD) -ວັນທີ 19 ທັນວາ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໄດ້ປະກາດໂຄງການດໍາເນີນງານຂອງລັດຖະບານໃໝ່, ໃນນັ້ນ ໄດ້ຢັ້ງຢືນວ່າ ຕັດສິນໃຈນໍາປະເທດ ອັງກິດ ຖອນຕົວອອກຈາກ ສະຫະພາບ ເອີຣົບ (ອີຢູ) ໂດຍໄວ, ບັນລໄດ້ຂໍ້ຕົກລົງການຄ້າໃນອະນາຄົດ ແລະ ປ່ຽນແປງປະເທດ ອັງກິດ ເພື່ອທົດແທນຄວາມໄວ້ເນື້ອເຊື່ອໃຈຂອງຜູ້ມີສິດເລືອກຕັ້ງມີຕໍ່ທ່ານ ໃນການປ່ອນບັດເລືອກຕັ້ງຜ່ານມາ.
ທ່ານ​ນາຍົກລັດຖະມົນຕີ ອັງກິດ ປະ​ກາດ​​ໂຄງການ​ດໍາ​ເນີນ​ງານ​ບຸລິມະສິດ ສໍາ​ເລັດ​ການ Brexit - ảnh 1ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnsonແລະບັນດາການນໍາ ອັງກິດ ໃນກອງປະຊຸມພາຍໃນລັດຖະບານ (ພາບ: AFP/TTXVN)

        ໃນໂຄງການດໍາເນີນງານ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ຖືການສໍາເລັດ Brexit ແມ່ນບຸລິມະສິດແຖວໜ້າ, ພ້ອມທັງຢືນຢັນຄືນໃໝ່ວ່າ ທ່ານຈະນໍາ ອັງກິດ ຖອນຕົວອອກຈາກ ອີຢູ ໃນວັນທີ 31 ມັງກອນ 2020 ຄືດັ່ງໄດ້ຄາດຄະເນໄວ້. ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ເນັ້ນໜັກວ່າ ຈະບໍ່ມີການ “ລັ່ງເລໃຈ ແລະ ໂຈະ” Brexit ຕື່ມອີກແລ້ວ, ຕາມນັ້ນແລ້ວ, ແມ່ນປະຕິເສດຄວາມສາມາດໃນການຕໍ່ໄລຍະເວລາສົ່ງຕໍ່ພາຍຫຼັງ Brexit ຮອດປີ 2020 ເພື່ອເຈລະຈາຂໍ້ຕົກລົງການຄ້າເສລີ ກັບ ອີຢູ. ພ້ອມກັນນັ້ນ, ທ່ານກໍໃຫ້ຮູ້ວ່າ ຈະດໍາເນີນການເຈລະຈາດ້ານການຄ້າກັບບັນດາປະເທດອື່ນໆໄປພ້ອມໆກັນ.


ຕອບກັບ

ຂ່າວ/ບົດ​ອື່ນ