ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານກອງ​ປະ​ຊຸມ​ນັດ​ສາ​ມັນ ປະ​ຈຳເດືອນ ​ກັນ​ຍາ ລະ​ຫວ່າງ ລັດ​ຖະ​ບານ​ ກັບ 63 ແຂວງ, ນະ​ຄອນ

(VOVWORLD) - ລາຍງານທີ່ກອງປະຊຸມ, ທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ ສະພາບການເສດຖະກິດ - ສັງຄົມໃນເດືອນກັນຍາ, ໄຕມາດທີ III ແລະ 9 ເດືອນຕົ້ນປີ 2023 ສືບຕໍ່ມີທ່າອ່ຽງຟື້ນຟູຢ່າງຕັ້ງໜ້າ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານກອງ​ປະ​ຊຸມ​ນັດ​ສາ​ມັນ ປະ​ຈຳເດືອນ ​ກັນ​ຍາ ລະ​ຫວ່າງ ລັດ​ຖະ​ບານ​ ກັບ 63 ແຂວງ, ນະ​ຄອນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 30 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມນັດສາມັນປະຈຳເດືອນ ກັນຍາ ລະຫວ່າງ ລັດຖະບານ ກັບ 63 ແຂວງ, ນະຄອນ. ກອງປະຊຸມໄດ້ດຳເນີນພາຍໃຕ້ຮູບແບບເຊິ່ງໜ້າ ຢູ່ສຳນັກງານລັດຖະບານ ແລະ ແບບທາງໄກ ເຊື່ອມຕໍ່ກັບ 63 ແຂວງ, ນະຄອນໃນທົ່ວປະເທດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

ປີ 2023 ຍັງເຫຼືອແຕ່ 3 ເດືອນ ແລະ ພວກເຮົາຕ້ອງປະຕິບັດ ຫຼາຍໜ້າທີ່ທີ່ມີຄວາມຫຍຸ້ງຍາກ, ໜັກໜ່ວງ, ທ້າທາຍ, ເຖິງຢ່າງໃດກໍ່ຕາມ ພື້ນຖານເສດຖະກິດ ຂອງປະເທດ ພວມມີສັນຍານຟື້ນຟູຢ່າງຕັ້ງໜ້າ. ຂ້າພະເຈົ້າສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ, ທຸກທ້ອງຖິ່ນ ຕ້ອງເປັນເຈົ້າການຢ່າງຕັ້ງໜ້າ ຍົກອອກໜ້າທີ່ຢ່າງທັນການ ເຊິ່ງຕິດແທດສະພາບການຕົວຈິງ ເພື່ອປະຕິບັດສຳເລັດໜ້າທີ່ ທີ່ໄດ້ຮັບການມອບໝາຍ.

ລາຍງານທີ່ກອງປະຊຸມ, ທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ ສະພາບການເສດຖະກິດ - ສັງຄົມໃນເດືອນກັນຍາ, ໄຕມາດທີ III ແລະ 9 ເດືອນຕົ້ນປີ 2023 ສືບຕໍ່ມີທ່າອ່ຽງຟື້ນຟູຢ່າງຕັ້ງໜ້າ. GDP ໃນ 9 ເດືອນເພີ່ມຂຶ້ນ 4,24%, ນອນໃນກຸ່ມບັນດາປະເທດເຕີບໂຕຢູ່ລະດັບແຖວໜ້າຂອງໂລກ. ບັນດາອົງການຈັດຕັ້ງສາກົນສືບຕໍ່ໄດ້ຕີລາຄາຢ່າງຕັ້ງໜ້າກ່ຽວກັບ ຫວຽດນາມ. ທະນາຄານ ອາຊີ (ADB) ຄາດວ່າ ຫວຽດນາມ ຈະຟື້ນຟູໃນໄລຍະສັ້ນ. ພິເສດ ດັດຊະນີ ນະວັດຕະກຳ ທົ່ວໂລກ (GII) ປີ 2023 ໄດ້ຈັດ ຫວຽດນາມ ຢືນຢູ່ອັນດັບ 46 ໃນຈຳນວນ 132 ປະເທດ/ພື້ນຖານເສດຖະກິດ, ເລື່ອນ 2 ຂັ້ນເມື່ອທຽບໃສ່ກັບ ປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ