ທ່ານນາຍົກລັດຖະມົນຕີຍີ່ປຸ່ນ: ບໍ່ຄວນມີກຳນົດ ດ້ານພູມຊາດສຳລັບສິດປ້ອງກັນລວມໝູ່

ທ່ານນາຍົກລັດຖະມົນຕີຍີ່ປຸ່ນ: ບໍ່ຄວນມີກຳນົດ ດ້ານພູມຊາດສຳລັບສິດປ້ອງກັນລວມໝູ່ - ảnh 1
ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe
(ພາບອີນເຕີແນດ)

(vovworld) – ວັນ​ທີ 02/02, ສື່​ມວນ​ຊົນ​ຍີ່ປຸ່ນ ​ໃຫ້​ຂ່າວ​ວ່າ, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ຖະ​ແຫຼ​ງວ່າ, ​ໂຕກ​ຽວ ບໍ່​ຄວນ​ຈັດ​ວາງຂໍ້ກຳນົດ​ດ້ານ​ພູມ​ສາດ​ສຳລັບ​ບັນດາສະຖານ​ທີ່​ເຊິ່ງກຳລັງ​ປ້ອງ​ກັນ (SDF) ອາດ​ສາມາດ​ຜັນ​ຂະຫຍາຍ​​ເພື່ອ​ປົກ​ປ້ອງພັນທະ​ມິດ​ໃນ​ສິດ​ປ້ອງ​ກັນ​ລວມໝູ່. ກ່າວ​ຄຳ​ເຫັນ​ຕໍ່​ໜ້າ​ຄະນະ​ກຳມະ​ທິການ​ງົບປະມານ​ຂອງ​ສະພາ​ສູງ, ທ່ານ​ນາຍົກລັດຖະມົນຕີ Abe ​ເນັ້ນ​ໜັກ​ວ່າ: “ພວກ​ເຮົາ​​ຄວນ​ປະຕິບັດ​ສິດ​ປ້ອງ​ກັນ​ລວມໝູ່ຫາກ​ບໍ່​ຖືກ​ກີດຂວາງ​ຍ້ອນ​ບັນດາ​ປັດ​ໃຈ​ດ້ານ​ພູມ​ສາດ”. ທ່ານ​ກໍ່​ໃຫ້​ຮູ້​ວ່າ ພວມ​ສ້າງ​ແຜນການ​ເກ້​ຍກ່ອມ​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ການ​ນຳ​ໃຊ້​ສິດ​ປ້ອງ​ກັນ​ລວມໝູ່ ຫຼື ປົກ​ປ້ອງ​ພັນທະ​ມິດ​ໃນ​ບັນດາ​ການ​ບຸກ​ໂຈມ​ຕີ ນັບ​ທັງ​ເມື່ອ​ຍີ່ປຸ່ນ ບໍ່​ຖືກ​ບຸກ​ໂຈມ​ຕີ. ຄຳ​ຖະ​ແຫຼ​ງດັ່ງກ່າວ​ຂອງ​ທ່ານ​ນາຍົກລັດຖະມົນຕີ Abe ​ໄດ້​ຍົກ​ອອກ​ມາ​ໃນ​ສະພາບ​ທີ່​ຍີ່ປຸ່ນ ຕ້ອງ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຄວາມ​ສະຫງົບພາຍຫຼັງພົນລະ​ເມືອງ 2 ຄົນ​ຂອງ​ປະ​ເທດ​ນີ້​ຖືກອົງການ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ ຖືກ​ລອບ​ຈັບ​ຕົວ ​ແລະ ​ເຂັ່ນຂ້າ.

ຂ່າວ/ບົດ​ອື່ນ