ທ່ານນາຍົກລັດຖະມົນຕີປາດຖະຫນາຢາກໃຫ້ EVFTA ໄດ້ຮັບການລົງນາມໂດຍໄວ

(VOVWORLD) -ຕອນເຊົ້າວັນທີ 26 ກໍລະກົດ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Bernd Lange ປະທານຄະນະກຳມະການການຄ້າສາກົນ (INTA) ຂຶ້ນກັບລັດຖະສະພາ ເອີລົບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ທ່ານໄດ້ຊີ້ນຳບັນດາກະຊວງ, ຂະແຫນງການສົມທົບຢ່າງແຫນ້ນແຟ້ນກັບຄະນະກຳມະການການຄ້າສາກົນ - ລັດຖະສະພາເອີລົບ ແກ້ໄຂບັນດາບັນຫາຍັງຄົງຄ້າງເພື່ອລົງນາມໃນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໂດຍໄວ. 
ທ່ານນາຍົກລັດຖະມົນຕີປາດຖະຫນາຢາກໃຫ້ EVFTA ໄດ້ຮັບການລົງນາມໂດຍໄວ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Bernd Lange ປະທານຄະນະກຳມະການການຄ້າສາກົນ 

ຕອນເຊົ້າວັນດຽວກັນ, ທ່ານປະທານຄະນະກຳມະການການຄ້າສາກົນຂອງ ລັດຖະສະພາເອີລົບ Bernd Lange ກໍ່ໄດ້ພົບປະກັບລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ທ່ານ ດ່າວງອກຢູງ. ທ່ານລັດຖະມົນຕີ ດ່າວງອກຢູງຢືນຢັນ ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດຂໍ້ຕົກລົງກ່ຽວກັບແຮງງານໃນ ສັນຍາ EVFTA ຢ່າງເຂັ້ມງວດ ແລະ ພວມຮີບເຮັ່ງສ້າງສຳເລັດລະບົບນະໂຍບາຍກ່ຽວຂ້ອງເຖິງການລົງນາມສັນຍາ EVFTA, ໃນນັ້ນມີປະມວນກົດໝາຍວ່າດ້ວຍແຮງງານ, ຊື່ງແມ່ນ 1 ໃນ 3 ປະມວນກົດໝາຍເປັນພື້ນຖານ ມີຄວາມສຳຄັນ ຖັດຈາກ ລັດຖະທຳມະນູນ.

ທ່ານ Bernd Lange  ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ.

“ນີ້ບໍ່ແມ່ນເປັນຄັ້ງທຳອິດຂ້າພະເຈົ້າມາຫວຽດນາມ ແຕ່ເມື່ອມາເຮັດວຽກຢູ່ຫວຽດນາມ ຄັ້ງໃດຂ້າພະເຈົ້າກໍ່ເຫັນການພົວພັນສອງຝ່າຍມີຄວາມຄືບຫນ້າກວ່າອີກ ແລະ ມີບາດກ້າວພັດທະນາຢ່າງຕັ້ງຫນ້າ.”

ຕອບກັບ

ຂ່າວ/ບົດ​ອື່ນ