ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຊີ້ນຳການຕ້ານອາດຊະຍາກຳ,ການຄ້າເຖື່ອນຢ່າງຂ້ຽວຂາດ

(VOVWORLD) -ເສດຖະກິດຢູ່ພາຍໃນປະເທດບໍ່ສາມາດພັດທະນາໄດ້ ຖ້າຫາກສະພາບອາດຊະຍາກຳ, ສະພາບການຄ້າເຖື່ອນ, ການສໍ້ໂກງການຄ້າມີການຜັນແປຢ່າງສັບສົນ.

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຊີ້ນຳການຕ້ານອາດຊະຍາກຳ,ການຄ້າເຖື່ອນຢ່າງຂ້ຽວຂາດ - ảnh 1 ທີ່ກອງປະຊຸມ

(ພາບ: VGP)

ຕອນບ່າຍວັນທີ 02 ມັງກອນ, ຢູ່ສຳນັກງານລັດຖະບານ, ຄະນະຊີ້ນຳ 138 ຂອງລັດຖະບານກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳ ແລະ ຄະນະຊີ້ນຳ 389 ແຫ່ງຊາດກ່ຽວກັບການຕ້ານການຄ້າເຖື່ອນ, ສໍ້ໂກງການຄ້າ ແລະ ສິນຄ້າປອມ ໄດ້ຈັດກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດທົ່ວປະເທດ ສະຫຼຸບວຽກງານປີ 2019 ແລະ ຜັນຂະຫຍາຍປີ 2020.

          ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ເສດຖະກິດຢູ່ພາຍໃນປະເທດບໍ່ສາມາດພັດທະນາໄດ້ ຖ້າຫາກສະພາບອາດຊະຍາກຳ, ສະພາບການຄ້າເຖື່ອນ, ການສໍ້ໂກງການຄ້າມີການຜັນແປຢ່າງສັບສົນ. ສະນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງວ່າ ວຽກງານປ້ອງກັນ, ຕ້ານອາດຊະຍາກຳ, ສະພາບການຄ້າເຖື່ອນ, ການສໍ້ໂກງການຄ້າຕ້ອງມີການຫັນປ່ຽນໂດຍພື້ນຖານ ເພື່ອບັນລຸຄວາມກ້າວໜ້າໃນທຸກດ້ານ, ບໍ່ພຽງແຕ່ທາງດ້ານເສດຖະກິດ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບເທົ່ານັ້ນ, ຫາກນັບທັງຄວາມປອດໄພຂອງທົ່ວສັງຄົມອີກດ້ວຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ກ່າວວ່າ.

          “ຕ້ອງພິຈາລະນາສະພາບຕົວຈິງໃນການສົມທົບກັນລະຫວ່າງບັນດາກຳລັງ, ໃນນັ້ນມີການແບ່ງປັນຂໍ້ມູນຂ່າວສານ. ໜ້າທີ່ຄວາມຮັບຜິດຊອບຂອງບັນດາອົງການມີໜ້າທີ່ຮັບຜິດຊອບແມ່ນຄືແນວໃດ. ບັນດາອົງການຕ້ອງລວບລວມຢ່າງຄົບຖ້ວນ, ໄຈ້ແຍກ, ຕີລາຄາສາຍເຫດເພື່ອໃຫ້ມີມາດຕະການແກ້ໄຂໃນໄລຍະຈະມາເຖິງ”.

ຕອບກັບ

ຂ່າວ/ບົດ​ອື່ນ