ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງຕ້ອນຮັບສະມາຄົມນັກທຸລະກິດໄຕ້ຫວັນປະເທດຈີນຢູ່ຫວຽດນາມ

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງຕ້ອນຮັບສະມາຄົມນັກທຸລະກິດໄຕ້ຫວັນປະເທດຈີນຢູ່ຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ຕ້ອນຮັບ​ສະມາຄົມ​ນັກທຸລະກິດ ​ໄຕ້​ຫວັນ
ພາບ:vtv4.vn


(vovworld)- ຕອນ​ເຊົ້າ​ວັນ​ທີ 5/6 ຢູ່ ຮ່າ​ໂນ້ຍ, ຢູ່​ນອກ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ ກາງ​ສະ​ໄຫມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ຕ້ອນຮັບ​ສະມາຄົມ​ນັກທຸລະກິດ ​ໄຕ້​ຫວັນ ປະ​ເທດ​ຈີນ ຢູ່ ຫວຽດນາມ ​ໂດຍ ທ່ານ​ຫລຽວໄຕເຕືອ, ປະທານ​ສະມາຄົມ​ນຳ​ຫນ້າ.

        ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢືນຢັນ​ວ່າ:​ລັດຖະບານ ຫວຽດນາມ ສືບ​ຕໍ່​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ມາ​ລົງທຶນ​ຢູ່​ຫວຽດນາມ, ​ໃນ​ນັ້ນ ມີ​ບັນດາ​ວິ​ສາ​ຫະກິດ​ຂອງ​ໄຕ້​ຫວັນ. ​ເມື່ອ​ເຕື້ອງ​ເຖິງ​ເຫດການ​ທີ່​ເກີດ​ຂຶ້ນສຳລັບ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ຈຳນວນ​ຫນຶ່ງ​ໃນ​ໄລຍະ​ຜ່ານ​ມາ, ​ໃນ​ນັ້ນ ມີ​ວິ​ສາ​ຫະກິດ​ໄຕ້​ຫວັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້​ງວ່າ: ​​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິ​ດຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ ຂອງ​ຫວຽດນາມ ​ໄດ້​​​​​​ກໍ່​ໃຫ້​ເກ​ີດການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ບາງ ທອ້ງຖິ່ນ, ມີ​ສ່ວນ​ບຸກຄົນ​ຈຳນວນ​ຫນຶ່ງ​ຖືກ​ປຸ​ກປັນ​ຍຸ​ແຍ່, ລະ​ເມີດ​ກົດໝາຍ, ມ້າງທຳລາຍ​ຊັບ​ສິນ​ຂອງ​ວິ​ສາ​ຫະກິດ​ຈຳນວນ​ຫນຶ່ງ, ​ໃນ​ນັ້ນ ມີ​ວິ​ສາ​ຫະກິດ​ໄຕ້​ຫວັນ. ພາຍຫລັງ​​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ, ຫວຽດນາມ ​ໄດ້​ຊີ້​ນຳແກ້ໄຂເຫດການນີ້​ຢ່າງ​ທັນ​ການ, ສ້າງ​ຕັ້ງ​ກຸ່ມ​ປະຕິບັດ​ງານ​ລົງ​ເຮັດ​ວຽກ​ກັບ​ແຕ່​ລະວິ​ສາ​ຫະກິດ, ​​ພ້ອມກັນແບ່ງ​ເບົາ, ຫນູນ​ຊ່ວຍ​ວິ​ສາ​ຫະກິດ​ທີ່​ຖືກ​ເສຍ​ຫາຍ ກັບ​ຄືນ​ສູ່​ເຄື່ອນ​ໄຫວ​ເປັນ​ປົກກະຕິ​ໂດຍ​ໄວ.  ຕາງຫນ້າ​ສະມາຄົມ​ນັກທຸລະກິດ​ ​ໄຕ້​ຫວັນ ຢູ່ຫວຽດນາມ ຕີ​ລາຄາ​ສູງ​ເລື່ອງ ນາຍົກລັດຖະມົນຕີ ຫວຽດນາມ ​ຫງວຽນ​ເຕີນ​ຢູງ  ໄດ້ຊີ້​ນຳ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນຕ່າງໆຢ່າງ​ທັນ​ການ ​ເພື່ອ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ,​ ຄວາມ​ປອດ​ໄພ, ສ້າງ​ເງື່ອນ​​ໄຂ​ສະດວກ​ທີ່​ສຸດ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ໄຕ້​ຫວັນ ກັບ​ຄືນ​ສູ່​ກາ​ນຜະລິດ​ດຳ​ເນີນ​ທຸລະ​ກິດ​ເປັນ​ປົ​ກກະຕິ.

ຂ່າວ/ບົດ​ອື່ນ