ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງສິ້ນສຸດການຢ້ຽມຢາມສິງກະໂປແລະເຂົ້າຮ່ວມກອງປະຊຸມShangri La 12

 

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງສິ້ນສຸດການຢ້ຽມຢາມສິງກະໂປແລະເຂົ້າຮ່ວມກອງປະຊຸມShangri La 12  - ảnh 1
ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງກ່າວຄຳປາໄສທີ່
ກອງ​ປະຊຸມ Shangri La 12
ພາບ:TTXVN


(vovworld) -  ຕອນ​ເຊົ້າ​ວັນ​ທີ 1/6, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ  ແລະ ຄະນະ​ຜູ້​ແທນ​ຫວຽດນາມ​ໄດ້​ເດີນທາງ​ອອກ​ຈາກ​ສິງກະ​ໂປ​ກັບ​ຄືນ​ເມືອ​ປະ​ເທດ​ສິ້ນ​ສຸດ​ການ​ຢ້ຽມຢາມ,ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ປາ​ໄສ​ຕົ້ນຕໍ​ທີ່​ພິທີ​ໄຂກອງ​ປະຊຸມ Shangri La 12 ຕາມຄຳ​ເຊີນ​ຂອງ​ນາຍົກລັດຖະມົນຕີ ສິງກະ​ໂປ ຫລີ​ຊຽນ​ຫລົງ ​ແລະ ຄະນະ​ຈັດ​ຕັ້ງ​ກອງ​ປະຊຸມ. ​ໃນ​ໄລຍະ​ຢູ່​ສິງກະ​ໂປ​ແຕ່​ວັນ​ທີ 31/5- 1/6, ດ້ວຍ​ຖານະ​ເປັນ​ແຂກ​ຖືກ​ເຊີນ, ນັກ​ປະຖະ​ກະຖາຕົ້ນຕໍ​ຂອງ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງ ​ໄດ້​ເຂົ້າ​ຮ່ວມ ​ແລະ ມີ​ບົດ​ປາ​ໄສ​ສຳຄັນ​ທີ່​ພິທີ​ໄຂ, ​ເຂົ້າ​ຢ້ຽມ​ຂຳ່ນັບ​ປະທານາທິບໍດີ ສິງກະ​ໂປ  Tony Tan Keng Yam, ພົບ​ປະ​ກັບ​ນາຍົກລັດຖະມົນຕີສິງກະ​ໂປ ຫລີ​ຊຽນຫລົງ. ນາຍົກລັດຖະມົນຕີທັງສອງ​ທ່ານ ​ໄດ້​ຢັ້ງຢືນ: ຕັດສິນ​​ໃຈ​ຊຸກຍູ້​ການ​ຮ່ວມ​ມື​ກວ່າ​ອີກ​ໃນ​ບັນດາ​ຂົງ​ເຂດ: ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ວັດທະນະທຳ, ການ​ສຶກສາ, ກໍ່ສ້າງ, ການທ່ອງທ່ຽວ. ສອງ​ຝ່າຍ​ກໍ​ເຫັນ​ດີ​ຈະ​ສືບ​ຕໍ່​ສົມທົບ​ກັນ​ໃນ​ວິວັດ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາ​ຊີຟີ​ກ (TPP). ນາຍົກ​ລັດຖະມົນຕີ​ທັງ​ສອງ​ທ່ານ​ຖື​ວ່າ: ອາ​ຊຽນ ຄວນ​ມານະ​ພະຍາຍາມ​ຮັກສາ​ຄວາມ​ສາມັກຄີ​ພາຍ​ໃນ​ກຸ່ມ, ມີ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ສູງ, ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ ​ເພື່ອ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015.

        ກ່ອນ​ຫນ້າ​ນັ້ນ, ​ໃນ​ຕອນ​ຄຳ່​ວັນ​ທີ 31/5, ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ທ່ານ Christian Le Miere ນັກຮຽນ​ຮູ້​ຂັ້ນ​ສູງ​ກ່ຽວ​ກັບ​ທະຫານ​ເຮືອ ​ແລະ ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລ ສັງກັດ​ສະຖາບັນ​ຄົ້ນ​ຄ້ວາຍຸ​ດທະ​ສາດ ​ແລະ ສາກົນ ຂອງ​ລາຊະ​ອານາ​ຈັກ​ອັງກິດ ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ປະຕິບັດ​ຕາມ​ກົດໝາຍ​ສາກົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາຍົກລັດ​ຖະມົນຕີ​ຫງວຽນ​ເຕີນ​ຢູງ ຊີ້​ແຈງ​ທັດສະນະ​ວ່າ:

         “ພວກ​ຂ້າພະ​ເຈົ້າ​ຮຽກຮ້ອງ ອາ​ຊຽນ ​ແລະ ຈີນ ພ້ອມ​ກັນ​ປະຕິບັດ DOC ຢ່າງ​ເຂັ້ມ​ງວດ, ມານະ​ພະຍາຍາມ​ສ້າງ COC. ພວກ​ເຮົາ​ພ້ອມ​ກັນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ວັດທະນາ​ຖາວອນ.”

ຂ່າວ/ບົດ​ອື່ນ