ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັບທ່ານນາຍົກລັດຖະມົນຕີ ໄທ ປາຢຸດ ຈັນໂອຊາ ແລະ ການນໍາບັນດາປະເທດ ອາຊຽນ

(VOVWORLD) -ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີີ 34, ຕອນບ່າຍວັນທີ 22 ມິຖຸນາ ຕາມເວລາ ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ໄທ ປາຢຸດ ຈັນໂອຊາ ແລະ ພົບປະກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັບທ່ານນາຍົກລັດຖະມົນຕີ ໄທ ປາຢຸດ ຈັນໂອຊາ ແລະ ການນໍາບັນດາປະເທດ ອາຊຽນ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັບທ່ານນາຍົກລັດຖະມົນຕີ ໄທ ປາຢຸດ ຈັນໂອຊາ (ພາບ: TTXVN)

        ທີ່ການພົບປະກັບທ່ານນາຍົກລັດຖະມົມຕີ ໄທ ປາຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ສອງທ່ານ ໄດ້ເຫັນດີສົມທົບກັນສ້າງໂຄງການດໍາເນີນງານໂດຍໄວ ເພື່ອເປັນພື້ນຖານສືບຕໍ່ຜັນຂະຫຍາຍການພົວພັນຄູ່່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ - ໄທ ໃນໄລຍະໃໝ່ ໃຫ້ມີປະສິດທິຜົນ, ແທດຈິງ ແລະ ຮອບດ້ານ. ສອງຝ່າຍເຫັນດີສົມທົບກັນຊຸກຍູ້ການຜັນຂະຫຍາຍບັນດາກົນໄກຮ່ວມມືສໍາຄັນສອງຝ່າຍໃນປີ 2019, ພິເສດແມ່ນກອງປະຊຸມຄະນະລັດຖະບານຮ່ວມຄັ້ງທີ 4 ທີ່ຈະຈັດຂຶ້ນຢູ່ຫວຽດນາມ. ນາຍົກລັດຖະມົນຕີສອງທ່ານ ໄດ້ຢັ້ງຢືນເຖິງການຕັດສິນໃຈຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າໃຫ້ດີກວ່າອີກ, ມຸ່ງໄປເຖິງເປົ້າໝາຍນໍາວົງເງິນການຄ້າສອງສົ້ນໃຫ້ບັນລຸ 20 ຕື້ USD ໃນປີ 2020 ແລະ ດຸນການຄ້າລະຫວ່າງສອງປະເທດໃຫ້ມີຄວາມດຸຸ່ນດ່ຽງກວ່າເກົ່່າ.

        ສ່ວນທີ່ການພົບປະກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo, ການນໍາສອງປະເທດ ໄດ້ຢັ້ງຢືນເຖິງການຕັດສິນໃຈສົມທົບກັນປະຕິບັດໂຄງການດໍາເນີນງານໃນການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ໄລຍະ 2018 - 2023 ແລະ ບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານປະທານາທິບໍດີ  Joko Widodo  ເມື່ອເດືອນ ກັນຍາ 2018 ໃຫ້ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີ ອິນໂດເນເຊຍ ແກ້ໄຂບັນຫາກໍ່າປັ່ນຫາປາ ແລະ ຊາວປະມົງຂອງຫວຽດນາມໃຫ້ສົມເຫດສົມຜົນ ບົນເນື້ອໃນຈິດໃຈໄມຕີຈິດມິດຕະພາບ, ມະນຸດສະທໍາ, ປະຕິບັດຕາມກົດໝາຍ ແລະ ທໍານຽມສາກົນ.


ຕອບກັບ

ຂ່າວ/ບົດ​ອື່ນ