ທ່ານ​ນາ​ຍົກ​ລັດ​ມົນ​ຕີ ຟ້າມ​ມິງ​ຈິ໊ງ: ພາ​ລະ​ກຳ​ຂອງ​ຜູ້ເຮັດ​ວຽກ​ງານ​ສື່ມວນ​ຊົນທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ, ຄວາມ​ເອກອ້າງທະນົງໃຈ, ສະຫງ່າລາສີ ແຕ່​ກໍ່​ເຕັມ​ໄປ​ດ້ວຍ​ຄວາມຫຍຸ້ງ​ຍາກ​ລຳ​ບາກ​

(VOVWORLD) -ວັນທີ 20 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິິ໊ງ ໄດ້ພົບປະ ແລະ ເຮັດວຽກກັບບັນດາອົງການສື່ມວນຊົນເນື່ອງໃນໂອກາດ 96 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21 ມິຖຸນາ 1925 – 21 ມິຖຸນາ 2021).
ທ່ານ​ນາ​ຍົກ​ລັດ​ມົນ​ຕີ ຟ້າມ​ມິງ​ຈິ໊ງ: ພາ​ລະ​ກຳ​ຂອງ​ຜູ້ເຮັດ​ວຽກ​ງານ​ສື່ມວນ​ຊົນທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ, ຄວາມ​ເອກອ້າງທະນົງໃຈ,  ສະຫງ່າລາສີ ແຕ່​ກໍ່​ເຕັມ​ໄປ​ດ້ວຍ​ຄວາມຫຍຸ້ງ​ຍາກ​ລຳ​ບາກ​ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ  ຟ້າມມິງຈິ໊ງ ມອບຂອງຂວັນໃຫ້ແກ່ສະມາຄົມນັກຂ່າວ ຫວຽດນາມ ແລະ ບັນດາອົງການສື່ມວນຊົນ ທີ່ການພົບປະ (ພາບ: VGP)

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ  ຟ້າມມິງຈິ໊ງ ໄດ້ເນັ້ນໜັກເຖິງປະຫວັດສາດຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ ຊຶ່ງຍາມໃດກໍ່ຕິດພັນກັບພາລະກຳຕໍ່ສູ້, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ. ພາລະກິດຂອງຜູ້ເຮັດວຽກງານສື່ມວນຊົນແມ່ນເຕັມໄປດ້ວຍຄວາມໝາຍ, ຄວາມເອກອ້າງທະນົງໃຈ, ສະຫງ່າລາສີ ແຕ່ກໍ່ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ. ທ່ານກ່າວວ່າ:

ປະຫວັດສາດຂອງບັນດາບັ້ນຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ ໄດ້ບັນທຶກການເຄື່ອນໄຫວຂອງນັກຂ່າວນັບພັນຄົນ ບຸກເຂົ້າສະໜາມຮົບດ້ວຍສຳພາລະຂອງນ້ຳໃຈຮັກຊາດ, ຂອງຈິດໃຈປະຕິວັດ, ຂອງຄວາມສະຫຼາດຫຼັກແຫຼມ, ຄວາມອົງອາດກ້າຫານຂອງນັກຮົບໃນແນວຮົມສື່ມວນຊົນເພື່ອໃຫ້ຂ່າວກ່ຽວກັບບັ້ນຕໍ່ສູ້, ກ່ຽວກັບຄວາມໄວ້ເນື້ອເຊື່ອໃຈ, ຄວາມເອກອ້າງທະນົງໃຈຂອງຊາດ, ຄວາມຫວັງຕໍ່ໄຊຊະນະ, ທ້ອນໂຮມປະເທດຊາດເປັນເອກະລາດ ໃຫ້ແກ່ພໍ່ແມ່ປະຊາຊົນ ແລະ ນັບຮົບໃນທົ່ວປະເທດຢ່າງທັນການ. ປະຫວັດສາດຈະບໍ່ມີວັນຍຫຼົງລືມຄຸນງາມຄວາມດີອັນໃຫຍ່ຫຼວງ ແລະ ຄວາມເສຍສະຫຼະຊີວິດໃນຕະຫຼອດຊີວິດຂອງນັກຂ່າວ.

ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ສື່ມວນຊົນມີບົດບາດສຳຄັນທີ່ສຸດໃນການປະຕິບັດແບບວິທີນຳພາຂອງພັກ, ເຊື່ອມຕໍ່ລະຫວ່າງລັດຖະບານ ແລະ ປະຊາຊົນ, ແຜ່ຂະຫຍາຍ, ເປັນແຫຼ່ງບັນດານໃຈ, ສ້າງກຳລັງໜູນດ້ວຍທິດນຳ “ເອົາຄວາມຕັ້ງໜ້າຍູ້ຄວາມຫຍໍ້ທໍ້ໃຫ້ຖອຍໄປ” ເພື່ອປະກອບສ່ວນເຂົ້າໃນການສ້າງສັງຄົມອັນດີງາມ.

ຕອບກັບ

ຂ່າວ/ບົດ​ອື່ນ