ທ່ານປະທານປະເທດ ຫວໍວັນເຖືອງ ກ່າວຄຳເຫັນຢູ່ສະພາແຫ່ງຊາດ ຍີ່ປຸ່ນ

(VOVWORLD) - ທ່ານປະທານປະເທດກໍ່ເນັ້ນໜັກເຖິງການພົວພັນ ຫວຽດນາມ - ຍີ່ປຸ່ນ ດີງາມຄືໃນປະຈຸບັນກໍ່ຍ້ອນການປະກອບສ່ວນຢ່າງໃຫຍ່ຫຼວງຈາກການນຳລຸ້ນຕ່າງໆຂອງ 2 ປະເທດ.
ທ່ານປະທານປະເທດ ຫວໍວັນເຖືອງ ກ່າວຄຳເຫັນຢູ່ສະພາແຫ່ງຊາດ ຍີ່ປຸ່ນ - ảnh 1 ທ່ານປະທານປະເທດ ຫວໍວັນເຖືອງ ກ່າວປາໄສຕໍ່ສະພາແຫ່ງຊາດ ຍີ່ປຸ່ນ
(ພາບ: TTXVN)

        ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ຕອນບ່າຍວັນທີ 29 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ບົດກ່າວປາໄສຕໍ່ສະພາແຫ່ງຊາດ ຍີ່ປຸ່ນ.

        ເປີດສາກບົດກ່າວປາໄສ, ທ່ານປະທານປະເທດ ຫວໍວັນເຖືອງ ສະແດງຄວາມເປັນກຽດທີ່ໄດ້ກ່າວຄຳເຫັນຕໍ່ໜ້າສະພາແຫ່ງຊາດ ຍີ່ປຸ່ນ - ເຊິ່ງແມ່ນອົງການນິຕິບັນຍັດທີ່ໄດ້ສ້າງຕັ້ງມາແຕ່ດົນນານທີ່ສຸດຢູ່ ອາຊີ. ທ່ານປະທານປະເທດ ຢືນຢັນວ່າ, ຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ໃນທຸກດ້ານ; ຫວຽດນາມ ບໍ່ອາດລົງລືມໄດ້ຕໍ່ການໜູນຊ່ວຍຂອງ ຍີ່ປຸ່ນ ໃນບັນດາຈຸດເວລາປະສົບກັບຄວາມຫຍຸ້ງຍາກ. ທ່ານປະທານປະເທດກໍ່ເນັ້ນໜັກເຖິງການພົວພັນ ຫວຽດນາມ - ຍີ່ປຸ່ນ ດີງາມຄືໃນປະຈຸບັນກໍ່ຍ້ອນການປະກອບສ່ວນຢ່າງໃຫຍ່ຫຼວງຈາກການນຳລຸ້ນຕ່າງໆຂອງ 2 ປະເທດ.

        ເມື່ອເຕື້ອງເຖິງຖະແຫຼງການຮ່ວມ ຍົກລະດັບການພົວພັນລະຫວ່າງ 2 ປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ ອາຊີ ແລະ ໃນໂລກ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເນັ້ນໜັກເຖິງເຫດການສຳຄັນນີ້ແມ່ນໄດ້ເປີດໜ້າປະຫວັດສາດໃໝ່ໃນການພົວພັນຂອງ 2 ປະເທດ.

        “ໃນຂອບເຂດການພົວພັນໃໝ່ ອະນຸຍາດໃຫ້ພວກເຮົາຍົກລະດັບ ແລະ ເປີດກວ້າງການຮ່ວມມື, ບໍ່ພຽງແຕ່ໃນຂອບເຂດ 2 ຝ່າຍເທົ່ານັ້ນ, ຫາກຍັງສຳລັບບັນດາບັນຫາພາກພື້ນ ແລະ ທົ່ວໂລກອີກດ້ວຍ; ບໍ່ພຽງແຕ່ໃນບັນດາຂົງເຂດທີ່ເປັນມູນເຊື້ອ ຫາກຍັງໃນບັນດາຂົງເຂດຮ່ວມມືໃໝ່, ຄື: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພະລັງງານສະອາດ, ການຫັນເປັນດີຈີຕອນ, ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ສີຂຽວ…. ຖືກກັບຈິດໃຈ ຫວຽດນາມ - ຍີ່ປຸ່ນ ຮ່ວມເດີນທາງ, ມຸ່ງໄປສູ່ອະນາຄົດ, ບືນຕົວອອກສູ່ໂລກ”.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫວໍວັນເຖືອງ  ແລະ ພັນລະຍາ ກໍ່ໄດ້ພົບປະເຈລະຈາກັບປະທານສະພາຕ່ຳ ແລະ ປະທານສະພາສູງ ຍີ່ປຸ່ນ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ