​ທ່ານປະ​ທານ​ປະ​ເທດ ຫວໍ້​ວັນ​ເຖືອງ ມອບຫຼຽນ​ໄຊ​ວິ​ລະ​ກຳຊັ້ນ​​ສອງ​ໃຫ້​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ

(VOVWORLD) - ພິທີສະເຫຼີມສະຫຼອງແມ່ນໂອກາດ ເພື່ອຢັ້ງຢືນອີກເທື່ອໜຶ່ງ ບັນດາການປະກອບສ່ວນອັນໃຫ່ຍຫຼວງພະນັກງານ, ນັກຮົບກຳລັງປ້ອງກັນຊາຍແດນລຸ້ນຕ່າງໆ ແລະ ບົດບາດທີ່ໃຫ່ຍຫຼວງຂອງ ປຊຊ ໃນການປົກປັກຮັກສາອະທິປະໄຕຜືນແຜ່ນດິນ.
​ທ່ານປະ​ທານ​ປະ​ເທດ ຫວໍ້​ວັນ​ເຖືອງ ມອບຫຼຽນ​ໄຊ​ວິ​ລະ​ກຳຊັ້ນ​​ສອງ​ໃຫ້​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ - ảnh 1

(ພາບ: VOV)

    ຕອນເຊົ້າວັນທີ 1 ມີນາ, ຢູ່ຮ່າໂນ້ຍ, ກອງບັນຊາການທະຫານປ້ອງກັນຊາຍແດນ ໄດ້ຈັດພິທີຮັບຫຼຽນໄຊວິລະກຳຊັ້ນສອງ ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອ ທະຫານປ້ອງກັນຊາຍແດນ (03/3/1959 - 03/3/2024), 35 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາຍແດນ (03/3/1989 - 03/3/2024). ນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ເນັ້ນໜັກວ່າ:

   ດ້ວຍຄວາມຮັບຜິດຊອບ ແລະ ນ້ຳໃຈອັນສູງສົ່ງ, ທະຫານປ້ອງກັນຊາຍແດນໄດ້ປະດິດສ້າງຫຼາຍລາຍການ, ຂະບວນການ, ຮູບການ, ວິທິເຮັດທີ່ດີ. ພະນັກງານ, ນັກຮົບປ້ອງກັນຊາຍແດນແຕ່ລະຄົນ ຍາມໃດກໍ່ກຳນົດວ່າ “ປ້ອມແມ່ນເຮືອນ, ຊາຍແດນແມ່ນບ້ານເກີດເມືອງນອນ, ປຊຊ ບັນດາເຜົ່າແມ່ນອ້າຍນ້ອງດຽວກັນ”, ຍາມໃດກໍ່ຕິດພັນກັບບໍລິເວັນ, ໃກ້ຊິດກັບ ປຊຊ, ເຂົ້າໃຈ ປຊຊ, ພ້ອມກັນກິນ, ຢູ່, ພ້ອມກັນເຮັດ, ເວົ້າພາສາດຽວກັນ, ຕັ້ງໜ້າຊ່ວຍເຫຼືອ ປຊຊ ສ້າງຊີວິດໃໝ່, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ຕີລາຄາສູງຈາກອົງຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆ ແລະ ປຊຊ ເຂດຊາຍແດນ..

      ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ເນັ້ນໜັກວ່າ, ພິທີສະເຫຼີມສະຫຼອງແມ່ນໂອກາດ ເພື່ອຢັ້ງຢືນອີກເທື່ອໜຶ່ງ ບັນດາການປະກອບສ່ວນອັນໃຫ່ຍຫຼວງພະນັກງານ, ນັກຮົບກຳລັງປ້ອງກັນຊາຍແດນລຸ້ນຕ່າງໆ ແລະ ບົດບາດທີ່ໃຫ່ຍຫຼວງຂອງ ປຊຊ ໃນການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຊາຍແດນແຫ່ງຊາດ; ເສີມຂະຫຍາຍກຳລັງແຮງສັງລວມຂອງທົ່ວທັງຊາດ ໃຫ້ແກ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດ ສັງຄົມນິຍົມ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ