ທ່ານປະທານປະເທດ ຫວໍວັນເຖືອງ: “ສ້າງພື້ນຖານສື່ມວນຊົນທີ່ເປັນມືອາຊີບ, ມະນຸດສະທຳ ແລະ ທັນສະໄໝ”

(VOVWORLD) - ບັນດາຜົນງານທີ່ຍາດໄດ້ລາງວັນຈະສືບຕໍ່ສະແດງລັກສະນະປະຕິວັດ, ກຳລັງປະດິດຄິດສ້າງ ແລະ ການອຸທິດສ່ວນບໍ່ຮູ້ອິດທີ່ບໍ່ຮູ້ເມື່ອຍຂອງບັນດານັກຂ່າວ
ທ່ານປະທານປະເທດ ຫວໍວັນເຖືອງ: “ສ້າງພື້ນຖານສື່ມວນຊົນທີ່ເປັນມືອາຊີບ, ມະນຸດສະທຳ ແລະ ທັນສະໄໝ” - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນທີ່ພິທີ

ຕອນຄ່ຳວັນທີ 21 ມິຖຸນາ, ຢູ່ຫໍວັດທະນະທຳ ແຮງງານ ມິດຕະພາບ ຮ່າໂນ້ຍ, ໄດ້ຈັດພິທີມອບລາງວັນສື່ມວນຊົນແຫ່ງຊາດ ຄັ້ງທີ XVII, ປີ 2022, ເນື່ອງໃນໂອກາດສະເຫຼີມສະຫຼອງ 98 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6/1925 21/6/2023).

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຍ້ອງຍໍຊົມເຊີຍບັນດາຜູ້ໄດ້ຮັບລາງວັນສື່ມວນຊົນແຫ່ງຊາດປີ 2022; ຖືວ່າ: ບັນດາຜົນງານທີ່ຍາດໄດ້ລາງວັນຈະສືບຕໍ່ສະແດງລັກສະນະປະຕິວັດ, ກຳລັງປະດິດຄິດສ້າງ ແລະ ການອຸທິດສ່ວນບໍ່ຮູ້ອິດທີ່ບໍ່ຮູ້ເມື່ອຍຂອງບັນດານັກຂ່າວ. ທ່ານໄດ້ຢັ້ງຢືນບົດບາດສຳຄັນຂອງສື່ມວນຊົນປະຕິວັດ ຫວຽດນາມ ແລະ ເນັ້ນໜັກວ່າ: ຜູ້ເຮັດວຽກງານສື່ສານ, ບັນດາອົງການສື່ມວນຊົນ ຄວນມານະພະຍາຍາມ, ພະຍາຍາມກ່ວາອີກເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ “ສ້າງພື້ນຖານສື່ມວນຊົນ, ການສື່ສານທີ່ເປັນມືອາຊີບ, ມະນຸດສະທຳ ແລະ ທັນສະໄໝ”:

        “ຕໍ່ໜ້າທ່າອ່ຽງທີ່ພັດທະນາຢ່າງວ່ອງໄວຂອງວິທະຍາສາດເຕັກໂນໂລຊີ, ກຳລັງແກ່ງແຍ້ງຈາກບັນດາພື້ນຖານຂໍ້ມູນອື່ນໆແລະ ການຜັນແປຂອງການສຳຜັດຂໍ້ມູນຂອງມະຫາຊົນ, ນັກຂ່າວແຕ່ລະຄົນຕ້ອງຮຽນຮູ້ເອງ, ຄົ້ນຄ້ວາເອງຢ່າງບໍ່ຢັ້ງຢັ້ງ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ນະວັດຕະກຳຢ່າງແຮງ, ປະຕິບັດວຽກງານຢ່າງມີວິຊາຊີບ, ສະໜອງແຫຼ່ງຂໍ້ມູນທີ່ມີຄຸນນະພາບ, ມີຄວາມໄວ້ເນື້ອເຊື່ອໃຈ ບົນພື້ນຖານທີ່ເປັນມູນເຊື້ອ ແລະ ພິເສດແມ່ນພື້ນຖານດີຈີຕອນ ເພື່ອມີກຳລັງດຶງດູດ, ຮັກສາຄວາມໄວ້ເນື້ອເຊື່ອໃຈ, ຄວາມເຄົາລົບນັບຖື ຂອງມະຫາຊົນ, ພິຊິດ, ດຶງດູດຄວາມສົນໃຈຂອງມະຫາຊົນ”.

        ວິທະຍຸກະຈາຍສຽງ ຫວຽດນາມ ມີ 6 ຜົນງານທີ່ໄດ້ຮັບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ XVII, ໃນນັ້ນ ມີລາງວັນ A ໜຶ່ງລາງວັນ, ລາງວັນ B ໜຶ່ງລາງວັນ, ລາງວັນ C ສອງລາງວັນ ແລະ ລາງວັນຊົມເຊີຍສອງລາງວັນ.

ຕອບກັບ

ຂ່າວ/ບົດ​ອື່ນ