ທ່ານປະທານປະເທດ ຫວໍວັນເຖືອງ ເປັນປະທານງານລ້ຽງຕ້ອນຮັບປະທານາທິບໍດີ ມົງໂກນ ແລະ ພັນລະຍາ

(VOVWORLD) -   ສ່ວນທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ຢັ້ງຢືນວ່າ: ພື້ນຖານອັນໜັກແໜ້ນຂອງການພົວພັນມິດຕະພາບໂດຍບັນດາການນຳລຸ້ນກ່ອນ ແລະ ສອງປະເທດສ້າງຂຶ້ນໄດ້ຜ່ານຜ່າທຸກໆສິ່ງທ້າທາຍຂອງການເວລາ ແລະ ນັບມື້ນັບໄດ້ຮັບການປັບປຸງ.
ທ່ານປະທານປະເທດ ຫວໍວັນເຖືອງ ເປັນປະທານງານລ້ຽງຕ້ອນຮັບປະທານາທິບໍດີ ມົງໂກນ ແລະ ພັນລະຍາ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາເປັນປະທານງານລ້ຽງຮັບຕ້ອນທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ແລະ ພັນລະຍາ

ຕອນຄ່ຳວັນທີ 2 ພະຈິກ, ຢູ່ສູນກອງປະຊຸມສາກົນ (ຢູ່ຮ່າໂນ້ຍ), ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາເປັນປະທານງານລ້ຽງຮັບຕ້ອນທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ແລະ ພັນລະຍາ ພວມມີຢູ່ຢ້ຽມຢາມ ຫວຽດນາມ ທາງລັດຖະກິດ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ພ້ອມແລ້ວທີ່ຈະເພີ່ມທະວີການພົວພັນຮ່ວມມືທີ່ແທດຈິງ, ມີປະສິດທິຜົນ ແລະ ຮອບດ້ານກັບ ມົງໂກນ:

   “ຂ້າພະເຈົ້າ ແລະ ທ່ານປະທານາທິບໍດີ ໄດ້ດຳເນີນເຈລະຈາທີ່ບັນລຸຜົນສຳເລັດທີ່ສຸດ. ສອງຝ່າຍພ້ອມກັນເຫັນດີເປັນເອກະພາບກ່ຽວກັບບັນດາທິດທາງ ແລະ ມາດຕະການໃຫຍ່ຊຸກຍູ້ການພົວພັນຮ່ວມມືທີ່ແທດຈິງ, ມີປະສິດທິຜົນ ແລະ ຮອບດ້ານລະຫວ່າງສອງປະເທດກ່ວາອີກ, ພ້ອມທັງແລກປ່ຽນກ່ຽວກັບບັນຫາສາກົນ ແລະ ພາກພື້ນ, ມຸ່ງໄປເຖິງການສ້າງຂອບເຂດການພົວພັນໃໝ່ລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ໂດຍເປັນເພື່ອນມິດສະໜິດສະໜົມ, ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ສະໜັບສະໜູນພາລະກິດແຫ່ງການພັດທະນາປະເທດຊາດຂອງປະຊາຊົນມົງໂກນ. ຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງທ່ານປະທານາທິບໍດີ Ukhnaagiin Khurelsukh, ມົງໂກນ ຈະປະຕິບັດສຳເລັດເປົ້າໝາຍຍຸດທະສາດ “ວິໄສທັດ 2050”, ສືບຕໍ່ບັນລຸໄດ້ຜົນສຳເລັດໃຫຍ່ຫຼວງຫຼາຍຢ່າງໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ວັດທະນາຖາວອນ, ປະຊາຊົນຜາສຸກ ແລະ ນັບມື້ນັບມີທີ່ຕັ້ງ, ອິດທິພົນຊື່ສຽງບົນເວທີສາກົນກ່ວາອີກ”.

ສ່ວນທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ຢັ້ງຢືນວ່າ: ພື້ນຖານອັນໜັກແໜ້ນຂອງການພົວພັນມິດຕະພາບໂດຍບັນດາການນຳລຸ້ນກ່ອນ ແລະ ສອງປະເທດສ້າງຂຶ້ນໄດ້ຜ່ານຜ່າທຸກໆສິ່ງທ້າທາຍຂອງການເວລາ ແລະ ນັບມື້ນັບໄດ້ຮັບການປັບປຸງ. ທ່ານ ເຊື່ອໝັ້ນວ່າ: ການຢ້ຽມຢາມ ຄັ້ງນີ້ຈະສືບຕໍ່ສ້າງກຳລັງໜູນ, ປະກອບສ່ວນກຳນົດທິດການຮ່ວມມື, ເປີດແງ່ຫວັງພັດທະນາໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດໃນໄລຍະຈະມາເຖິງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ